spot_img
Homeມູມໄອທີລາວແອັບເປີ້ນອອກໃຫ້ອັບເດດ iOS 7.0.4 ແລ້ວ ແກ້ປັນຫາ Facetime Call

ແອັບເປີ້ນອອກໃຫ້ອັບເດດ iOS 7.0.4 ແລ້ວ ແກ້ປັນຫາ Facetime Call

Published on

051814b3ig33x7grrkqxxq

ແອັບເປີ້ນອອກໃຫ້ອັບເດດ iOS 7.0.4 ແລ້ວ ແກ້ປັນຫາ Facetime Call

ມາແບບບໍ່ທັນໄດ້ຕັ້ງຕົວ ຫຼ້າສຸດນີ້ແອັບເປີ້ນໄດ້ອອກໃຫ້ອັບເດດ iOS 7.0.4 ໃຫ້ກັບ iPhone, iPad, iPod Touch ແລ້ວ ໂດຍການອັບເດດຄັ້ງນີ້ເພື່ອແກ້ປັນຫາ Facetime Call ທີ່ບາງເທື່ອບໍ່ສາມາດໃຊ້ໄດ້ໃນຫຼາຍເຄື່ອງ ລວມໄປເຖິງເລື່ອງລະບົບຄວາມປອດໄພອີກນຳ

ໂດຍຫຼັງຈາກທີ່ແອັບເປີ້ນໄດ້ອອກໃຫ້ອັບເດດ iOS 7.0.3 ໄປເມື່ອເດືອນແລ້ວນີ້ ກໍບໍ່ມີທ່າທີວ່າຈະອອກອັບເດດ iOS ໃໝ່ແຕ່ຢ່າງໃດ ຈົນມາຮອດມື້ນີ້ໄດ້ມີ iOS 7.0.4 ອອກມາແລ້ວ

ສຳລັບ iOS 7.0.4 ນີ້ມີຂະໜາດປະມານ 18.4 MB ໃຊ້ເວລາອັບເດດບໍ່ດົນ ແຕ່ຖ້າຈະໃຫ້ດີຄວນທີ່ຈະ Backup ຂໍ້ມູນຜ່ານທາງ iTunes ຫຼື iCloud ກ່ອນຈາກນັ້ນສາມາດອັບເດດໄດ້ເລີຍ ໂດຍໃຫ້ໄປທີ່ Setting – General – Software Update

ເພີ່ມຕື່ມ: ນອກຈາກນີ້ແອັບເປີ້ນຍັງໄດ້ອອກອັບເດດຊ໋ອບແວລະບົບປະຕິບັດການສອງລາຍການຄື

o iOS 6.1.5 ແກ້ປັນຫາການເຮັດວຽກຮ່ວມກັບ Facetime ໃນ iOS 7 ເຊິ່ງອັບເດດມີແຕ່ສະເພາະ iPod Touch Gen 4 ເທົ່ານັ້ນ (iPhone 3GS ລົງໄປແມ່ນບໍ່ໄດ້ຮັບການອັບເດດ)
o Apple TV 6.0.2 ເປັນອັບເດດຫຼ້າສຸດຂອງ Apple TV Gen 2 ແລະ 3

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...