ແຫຼ່ງທ່ອງທ່ຽວ “ສວນພຶກສາ” ຈະໃຫ້ເປີດບໍລິການ ໃນຕົ້ນເດືອນເມສານີ້

0
4049

ໃນວັນທີ 23 ມີນາ 2017 ຜ່ານມານີ້ ໄດ້ມີພິທີຖະ​ແຫ​ລ່ງຂ່າວ ເປີດ​ສວນ​ພຶກສາ, ໂດຍ​​ເປັນ​ກຽດ​ເຂົ້າ​ຮ່ວມ ຂອງທ່ານ ລຽນ ທິ​ແກ້ວ ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້, ບັນດາຮອງ​ລັດຖະມົນຕີ ​ແລະ ພາກສ່ວນ​ກ່ຽວຂ້ອງ​ເຂົ້າຮ່ວມ. ໃນ​ພິທີໄດ້​ມີ​ພິທີ​ທາງ​ສາສະໜາ, ຕັກບາດ-ຢາດ​ນ້ຳ, ຖວາຍ​ສັງຄະ​ທານ  ​ເພື່ອ​ເປັນ​ສິລິ​ມຸງຄຸນ​ໃຫ້​ກັບ​​ສວນ​ດັ່ງກ່າວ​ ​ແລະ ໃຫ້​ດຳ​ເນີນ​ໄປ​ດ້ວຍ​ຜົນສຳ​ເລັດ.

​​ໃນໂອກາດ​ດັ່ງກ່າວ, ທ່ານ ພູ​ວົງ ພະ​ມີ​ສິດ ປະທານ​ສວນພຶກສາກ່າວ​ວ່າ: ຈຸດປະສົງ​ຂອງ​ການ​ສ້າງ​ສວນພຶກສາ ​ແມ່ນ​ເພື່ອ​ຢາກ​ສ້າງ​ແຫ​ລ່ງທ່ອງ​ທ່ຽວ ​ໃຫ້​ນະຄອນຫລວງ​ວຽງ​ຈັນ ກໍ​ຄື​ບ້ານ​ໃໝ່​ດ່ານ​ຊີ ​ເມືອງ​ນາ​ຊາຍ​ທອງ ​ໃຫ້ມີ​ສະຖານ​ທີ່​ທ່ອງ​ທ່ຽວ​ເພີ່ມ​ຂຶ້ນ ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ໃຫ້​ເຂົ້າມາທ່ຽວ ສປປ ລາວ ຫລາຍ​ຂຶ້ນ. ພ້ອມ​ນັ້ນ, ສວນພຶກສາ ​ຍັງ​ຈະ​ສ້າງ​ໃຫ້​ເປັນ​ບ່ອນ​ສຶກສາ​ຮຽນ​ຮູ້ ທາງ​ດ້ານ​ກະສິກຳ ​ແລະປູກຝັງ-ລ້ຽງສັດຕື່ມ​ອີກ.

ສວນພຶກສາ ຈະ​ເປີດ​ໃຫ້​ບໍລິການ ​ໃນຕົ້ນ​ເດືອນ​ເມສາ 2017 ນີ້, ຢູ່​ບ້ານ​ໃໝ່​ດ່ານ​ຊີ ​ເມືອງ​ນາ​ຊາຍ​ທອງ ນະຄອນຫລວງ​ວຽງ​ຈັນ ຫ່າງ​ຈາກ​ຕົວ​ເມືອງ​ປະມານ 20 ກວ່າ​ກິ​ໂລ​ແມັດ ​ໄປ​ຕາມ​ເສັ້ນທາງເລກທີ 13 ​ເໜືອ ມີ​ເນື້ອ​ທີ່​ທັງ​ໝົດ 15 ​ເຮັກຕາ ​ເປັນ​ສ່ວນ​ທີ່ມີ​ຄວາມ​ສວຍ​ງາມ, ມີດ​ອກ​ໄມ້​ນາໆ​ ຊະ​ນິດ, ພືດນາໆ ​ພັນ, ​ເປັນ​ບ່ອນ​ພັກ​ຜ່ອນຢ່ອນ​ອາລົມ, ມີ​ຕູບ, ມີ​ໜອງ, ມີອາຫານ ​ແລະ ​ເຄື່ອງ​ດື່ມ​ໄວ້ຄອຍ​​ບໍລິ​ການ ດ້ວຍ​ຄວາມ​ເປັນ​ກັນ​ເອງ ຢ່າງ​ໃດ​ກໍຕາມ ສວນ​ດັ່ງກ່າວ ຍັງ​ບໍ່ທັນ​ສຳ​ເລັດ 100% ​ເທື່ອ ຄາດ​ວ່າຈະ​ໃຫ້​ສຳ​ເລັດສົມບູນ 100% ​ແລະ ​ເປີດ​ໃຫ້​ບໍລິການ​ຢ່າງ​ເປັນ​ທາງ​ການ ພາຍ​ໃນ​ເດືອນ​ກັນຍາ 2017 ທີ່​ຈະ​ມາ​ເຖິງນີ້.

ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ