spot_img
Homeຂ່າວຕ່າງປະເທດແມ່ເຖົ້າຕົກໃຈເຫັນຜີຢືນຢູ່ຂ້າງອູ່ຂອງຫຼານ!!

ແມ່ເຖົ້າຕົກໃຈເຫັນຜີຢືນຢູ່ຂ້າງອູ່ຂອງຫຼານ!!

Published on

ເວັບໄຊຂ່າວຕ່າງປະເທດໄດ້ລາຍງານວ່າ: ແມ່ເຖົ້າຄົນໜຶ່ງໄດ້ຮ້ອງຂໍຄວາມຊ່ວຍເຫຼືອຫຼັງພົບເຫັນຜີຢືນຢູ່ບໍລິເວນຕຽງນອນຂອງຫຼານ. Tory McKenzie ເຈົ້າຂອງເຮືອນໄດ້ຕິດຕັ້ງກ້ອງວົງຈອນປິດເພື່ອເບິ່ງການເຄື່ອນໄຫວຕ່າງໆ ຫຼັງຈາກທີ່ລູກສາວຂອງລາວອາຍຸ 2 ປີ ໄດ້ລົມກັບສິ່ງທີ່ເບິ່ງບໍ່ເຫັນໃນຕອນກາງເດິກ. ຫຼັງຈາກ, ທີ່ຕິດກ້ອງວົງຈອນປິດເພື່ອເບິ່ງການເຄື່ອນໄຫວກໍໄດ້ພົບເຫັນຮູບພາບທີ່ໜ້າຕົກໃຈກໍຄືພາບຖ່າຍຂອງບາງຢ່າງທີ່ເປັນຕາຢ້ານຢືນຢູ່ຫົວຕຽງນອນເຊິ່ງຫ່າງຈາກຕຽງຂອງ Michael McKenzie ລູກຊາຍທີ່ອາຍຸຫາກໍໄດ້ 7 ເດືອນ ຜີໂຕນັ້ນມີເຂົາຢູ່ເທິງຫົວ ແລະ ມີເລັບມືທີ່ຍາວ.
ຫຼັງຈາກທີ່ໄດ້ເຫັນພາບຖ່າຍນັ້ນແມ່ຕູ້ຄົນດັ່ງກ່າວກໍຮູ້ສຶກເປັນຫ່ວງເຖິງຄວາມປອດໄພຂອງຊີວິດຫຼານ ແລະ ໄດ້ເຜີຍແພ່ຮູບພາບດັ່ງກ່າວລົງເຟສບຸກເພື່ອຂໍຄໍາແນະນໍາ ແລະ ຜູ້ທີ່ໄດ້ເຫັນຮູບພາບດັ່ງກ່າວກໍເກີດອາການຕົກໃຈ ແລະ ແນະນໍາໃຫ້ລາວຂາຍເຮືອນ ເພາະເຊື່ອວ່າຮູບທີ່ເຫັນນັ້ນມັນແມ່ນຜີ.
ຄອບຄົວ Tory ຍັງບອກອີກວ່າບໍ່ໄດ້ມີເຈດຕະນາທີ່ຈະດຶງດູດຄວາມສົນໃຈຈາກຄົນອື່ນ ແລະ ບອກວ່າພວກເຂົາຮູ້ສຶກກົງວົນໃຈຕໍ່ກັບຮູບພາບນັ້ນ ແລະ ບໍ່ຮູ້ວ່າມັນມາຈາກໃສຈຶ່ງໄດ້ເຜີຍແຜ່ຮູບພາບດັ່ງກ່າວລົງເຟສບຸກເພື່ອຂໍຄໍາປຶກສາ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...