spot_img
Homeຂ່າວຕ່າງປະເທດແມ່ນ້ຳປ່ຽນເປັນສີແດງເລືອດ ຢູ່ປະເທດຣັດເຊຍ ທາງການເລັ່ງສືບສວນຫາສາເຫດ!

ແມ່ນ້ຳປ່ຽນເປັນສີແດງເລືອດ ຢູ່ປະເທດຣັດເຊຍ ທາງການເລັ່ງສືບສວນຫາສາເຫດ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 8 ກັນຍາຜ່ານມານີ້ວ່າ ແມ່ນ້ຳດັນດິແຄນ ໄດ້ປ່ຽນສີກາຍເປັນສີແດງຄ້າຍສີເລືອດ ຢູ່ເມືອງໂນຣິສ ປະເທດຣັດເຊຍ ໂດຍປະຊາຊົນທ້ອງຖິ່ນໄດ້ລະບຸວ່າ ແມ່ນ້ຳສາຍດັ່ງກ່າວນີ້ເລີ່ມປ່ຽນສີມາແຕ່ເດືອນມິຖຸນາແລ້ວ ສ້າງຄວາມວິຕົກກັງວົນໃຫ້ແກ່ປະຊາຊົນ ໂດຍຍັງບໍ່ທັນຮູ້ສາເຫດທີ່ແທ້ຈິງ, ໃນນັ້ນ ປະຊາຊົນຈຳນວນໜຶ່ງລະບຸວ່າ ອາດເກີດຍ້ອນແຮ່ເຫລັກທີ່ຢູ່ໃຕ້ດິນ ເປັນສາເຫດເຮັດໃຫ້ນ້ຳປ່ຽນເປັນສີແດງ, ແຕ່ກໍມີອີກຈຳນວນໜຶ່ງໄດ້ເວົ້າວ່າ ອາດເປັນຍ້ອນນ້ຳເປື້ອນ ຫລື ເສດຂີ້ເຫຍື້ອຈາກໂຮງງານອຸດສາຫະກຳ ເພາະແມ່ນ້ຳສາຍດັ່ງກ່າວນີ້ ໄຫລຜ່ານໃກ້ໂຮງງານໂລຫະແຫ່ງໜຶ່ງ.

ດ້ານກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຣັດເຊຍ ໄດ້ອອກມາລະບຸໃນມື້ວັນພຸດທີ 7 ກັນຍາຜ່ານມານີ້ວ່າ ເຈົ້າໜ້າທີ່ຂອງຕົນ ກຳລັງດຳເນີນການສືບສວນວ່າ ສານເຄມີທີ່ເປັນສາເຫດເຮັດໃຫ້ແມ່ນ້ຳປ່ຽນສີ ແມ່ນມາຈາກໃສ ຊຶ່ງເປັນໄປໄດ້ສູງວ່າ ອາດມາຈາກທໍ່ນ້ຳເປື້ອນຂອງ ໂຮງງານໂລຫະ ໂນຣິສ ນິກເກິນ ແຕກ ແລະ ໄຫລລົງສູ່ແມ່ນ້ຳດັ່ງກ່າວ.

559000009344502

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...