spot_img
HomeBaby-ແມ່ແລະເດັກແມ່ຕູ້ອາຍຸ 70 ປີ ຖືພາ ແລະ ຈະກາຍເປັນແມ່ທີ່ມີອາຍຸຫຼາຍທີ່ສຸດໃນໂລກ

ແມ່ຕູ້ອາຍຸ 70 ປີ ຖືພາ ແລະ ຈະກາຍເປັນແມ່ທີ່ມີອາຍຸຫຼາຍທີ່ສຸດໃນໂລກ

Published on

ນາງ ມາເຣຍ ເດິ ລາ ລູສ (Maria de La Luz),​ ໄດ້ອ້າງວ່າປະຈຸບັນລາວຖືພາແອນ້ອຍໄດ້ 6 ເດືອນແລ້ວ ແລະ ຖ້າຫາກແອນ້ອຍເກີດມາ ນາງມາເຣຍຈະກາຍເປັນແມ່ທີ່ມີອາຍຸສູງທີ່ສຸດໃນໂລກ.

ນາງ ມາເຣຍ ອາໄສຢູ່ໃນເມືອງ ມາຊັດລັນ, ລັດ ຊີນານົວ, ປະເທດເມັກຊິໂກ. ໃນເບື້ອງຕົ້ນ, ລາວກໍບໍ່ຮູ້ເຊັ່ນດຽວກັນວ່າລາວຖືພາ ລາວພຽງຮູ້ສຶກເມື່ອຍ, ວິນຫົວ ແລະ ເຈັບຂາ ຈຶ່ງໄປຫາໝໍເພື່ອກວດສຸຂະພາບ. ເມື່ອຜົນປາກົດອອກມາວ່າລາວຖືພາ ເຮັດໃຫ້ທັງໂຕລາວ ແລະ ໝໍປະຫຼາດໃຈ ແລະ ບໍ່ຢາກເຊື່ອ. ລາວໄດ້ໄປເອໂກທ້ອງລາວຢູ່ໂຮງໝໍລັດ ແລະ ເອກະຊົນເຖິງ 10 ແຫ່ງ, ຜົນປາກົດອອກມາຄືກັນໝົດວ່າ ຕອນນີ້ມີແອນ້ອຍ ເພດຍິງ ຢູ່ໃນທ້ອງລາວແລ້ວ.

ນາງ ມາເຣຍ ບໍ່ໄດ້ອະທິບາຍລາຍລະອຽດຂອງການກຳເນີດລູກສາວໃນທ້ອງລາວ ວ່າເກີດຈາກການປະສົມພັນໃນຫຼອດແກ້ວ ຫຼື ການມີເພດສຳພັນໂດຍທຳມະຊາດ. ໃນຕອນນີ້ລາວມີລູກ 7 ຄົນແລ້ວ, ແລະ ແອນ້ອຍຈະກາຍເປັນລູກຄົນທີ່ 8 ຂອງລາວ ແຕ່ກໍມີເອື້ອຍອ້າຍບາງຄົນທີ່ບໍ່ຮູ້ສຶກຍິນດີກັບເລື່ອງນີ້ ເພາະຄິດວ່າແມ່ລາວເຖົ້າເກີນໄປທີ່ຈະໄປເຮັດ ‘ເລື່ອງແນວນັ້ນ’.

ນາງ ມາເຣຍ ບໍ່ແມ່ນຍິງຄົນທຳອິດທີ່ອ້າງວ່າມີລູກຕອນອາຍຸຫຼາຍປະມານນີ້ ເຄີຍມາແມ່ຕູ້ຄົນອິນເດຍ ຖືພາເຊັ່ນກັນ ເຊິ່ງອ້າງວ່າລາວອາຍຸ 70 ປີເຊັ່ນກັນ ແຕ່ວ່າທາງການບໍ່ສາມາດພິສູດອາຍຸແທ້ລາວໄດ້ ແລະ ຍັງມີອີກຫຼາຍຄົນເຊັ່ນກັນທີ່ຖືພາຕອນທີ່ອາຍຸຫຼາຍ ແຕ່ກໍບໍ່ສາມາດພິສູດອາຍຸຂອງເຂົາເຈົ້າໄດ້ເຊັ່ນ.

ແຫຼ່ງຂ່າວ: mirror.co.uk, ຮູບ: CEN/La Republica

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...