spot_img
Homeຂ່າວຕ່າງປະເທດແມ່ຕູ້ທວດຊາວແມັກຊິກໂກ ອາຍຸ 127 ປີ ມີລຸ້ນເປັນບຸກຄົນທີ່ມີອາຍຸຍືນທີ່ສຸດໃນໂລກຄົນລ່າສຸດ

ແມ່ຕູ້ທວດຊາວແມັກຊິກໂກ ອາຍຸ 127 ປີ ມີລຸ້ນເປັນບຸກຄົນທີ່ມີອາຍຸຍືນທີ່ສຸດໃນໂລກຄົນລ່າສຸດ

Published on

 

 

ແມ່ຕູ້ທວດ ລີແອນດຣາ ເບເຊີຣາ ລຳເບຣຣາສ (Leandra Becerra Lumbreras) ຊາວແມັກຊິກໂກ ທີ່ເຊື່ອວ່າ

ໜ້າຈະເປັນບຸກຄົນທີ່ມີອາຍຸຍືນທີ່ສຸດໃນໂລກ ທີ່ຍັງມີຊີວິດຢູ່ໃນຂະນະນີ້ ເນື່ອງຈາກແມ່ຕູ້ທວດຫາກໍມີອາຍຸຄົບ

ຮອບ 127 ປີ ໃນມື້ວັນທີ 31 ສິງຫາ 2014 ທີ່ຜ່ານມາ, ເຖິງແມ່ນວ່າຮ່າງກາຍຈະແກ່ຊະລາໄປຕາມອາຍຸແລ້ວ ແຕ່

ໂດຍລວມແມ່ຕູ້ທວດແມ່ນຍັງແຂງແຮງດີ.

 

ຕາມແຫຼ່ງຂ່າວຂອງຕ່າງປະເທດລາຍງານວ່າ ແມ່ຕູ້ທວດ ລີແອນດຣາ ຜູ້ເຄີຍມີອາຊີບເປັນຊ່າງຕັດຫຍິບ ຈາກ

ເມືອງຊາໂປແປງ ທາງພາກຕາເວັນຕົກຂອງແມັກຊິກໂກ ເກີດເມື່ອວັນທີ 31 ສິງຫາ 1887 ໂດຍແຫຼ່ງຂ່າວບໍ່ໄດ້ລະ

ບຸວ່າ ແມ່ຕູ້ທວດມີລູກຈັກຄົນແທ້ ແຕ່ຕາມການບອກເລົ່າຂອງແມ່ຕູ້ທວດ ລີແອນດຣາ ໄດ້ບອກວ່າ ຕົນເອງໄດ້

ເຂົ້າຮ່ວມພິທີງານສົບຂອງລູກແທ້ໆມາແລ້ວ 5 ຄົນ, ຮອດປະຈຸບັນນີ້ ແຕ່ຕູ້ທວດ ລີແອນດຣາ ມີຫຼານ 20 ຄົນ

ແລະ ເຫຼນອີກ 73 ຄົນ ລວມເຖິງໂຫຼນອີກເຖິງ 53 ຄົນ.

 

ທັງນີ້ ບຸກຄົນທີ່ມີອາຍຸຍືນທີ່ສຸດໃນໂລກຢ່າງເປັນທາງການໃນປະຈຸບັນ ຕາມສະຖິຕິຂອງກິນເນສ ເວີນ ເຣັກຄອດ

ແມ່ນແມ່ຕູ້ທວດ ມິຊາໂອະ ໂອຄາວະ ເຊິ່ງເປັນຊາວຍີ່ປຸ່ນ ທີ່ປະຈຸບັນນີ້ມີອາຍຸ 116 ປີ, ຕາມແຫຼ່ງຂ່າວຍັງໄດ້ລະບຸວ່າ

ປະຈຸບັນທາງການແມັກຊິກໂກ ກຳລັງກຽມອອກບັດປະຈຳໂຕຂອງແມ່ຕູ້ທວດໃໝ່ ຫຼັງຈາກໃບເກົ່າໄດ້ເສຍໄປໃນ

ຂະນະທີ່ແມ່ຕູ້ຍ້າຍເຮືອນເມື່ອ 40 ປີທີ່ແລ້ວ ແລະ ມັນອາດເປັນເອກະສານທີ່ຊ່ວຍໃຫ້ແມ່ຕູ້ທວດ ລີແອນດຣາ

ກາຍເປັນຜູ້ທີ່ມີອາຍຸຍືນທີ່ສຸດໃນໂລກຢ່າງເປັນທາງການຄົນລ່າສຸດກໍເປັນໄປໄດ້.

 

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...