spot_img
HomeBaby-ແມ່ແລະເດັກແມ່ຍິງແລະເດັກນ້ອຍ ຈະໄດ້ໃຊ້ໂຮງໝໍໃໝ່ ທີ່ທັນສະໄໝແລ້ວ

ແມ່ຍິງແລະເດັກນ້ອຍ ຈະໄດ້ໃຊ້ໂຮງໝໍໃໝ່ ທີ່ທັນສະໄໝແລ້ວ

Published on

New born hospital

ທ່ານ ຮອງສາດສະດາຈານ ດຣ ບົວວັນ ແສນສະຖິດ,ອຳນວຍການ ໂຮງໝໍແມ່ແລະ ເດັກແດງສູນກາງໃຫ້ຮູ້ວ່າ: ປັດຈຸບັນສະພາບຄົນເຈັບລົ້ນໂຮງໝໍແມ່ນມີເພີ່ມຂຶ້ນ ຍ້ອນມີຜູ້ມາໃຊ້ບໍລິການຫຼາຍຂຶ້ນ, ໃນຂະນະທີ່ໂຮງໝໍແມ່ ແລະເດັກ ພັດມີຂະ ໜາດນ້ອຍມີພຽງ 70 ຕຽງນອນ ເທົ່ານັ້ນ ແລະ ມີີສະພາບເກົ່າຊຸດໂຊມ, ຂະນ ະທີ່ຄົນເຈັບເຂົ້າມາປິ່ນປົວສະ ເລ່ຍມື້ໜຶ່ງບໍ່ຕ່ຳກວ່າ 300 ຄົນ,ໃນນັ້ນມີຜູ້ມາ ເກີດລູກຢ່າງໜ້ອຍ 20 ຄົນຕໍ່ມື້ ແແລະ ປິ່ນປົວອື່ນໆອີກ, ສະເລ່ຍແລ້ວ ເດືອນໜຶ່ງບໍ່ຕ່ຳກວ່າ 2 ພັນເທື່ອຄົນ,ແຕ່ຕຽງນອນພັດມີຈຳນວນຈຳກັດ,ຈຶ່ງເຮັດໃຫ້ ເກີດມີສະພາບຄົນເຈັບລົ້ນໂຮງໝໍ ມີຫຼາຍຂຶ້ນ, ແລະ ໃນໄລຍະຜ່ານມາທາງໂຮງໝໍກໍໄດ້ແກ້ໄຂບັນຫານີ້, ໂດຍການສຳສົ່ງຄົນເຈັບທີ່ເຫຼືອຈຳນວນຕຽງນອນ ໄປຍັງໂຮງໝໍສູງກາງແຫ່ງຕ່າງ, ເພື່ອໃຫ້ເຂົາເຈົ້າໄດ້ຮັບການປິ່ນປົວຢ່າງທົ່ວເຖິງ, ແຕ່ກໍຍັງມີຄົນ ເຈັບຈຳນວນໜຶ່ງທີ່ບໍ່ ຍອມໄປໂຮງໝໍອື່ນ,ເຂົາເຈົ້າຍອມນອນຕາມລະບຽງຂອງໂຮງໝໍ, ຊຶ່ງທາງໂຮງໝໍກໍໄດ້ໃຫ້ການ ຊ່ວຍເຫຼືອ ແລະ ເບິ່ງ ແຍງປິ່ນປົວເຂົາເຈົ້າເປັນຢ່າງດີ,ແຕ່ເພື່ອແກ້ໄຂ້ບັນຫາດັ່ງກ່າວໃນໄລຍະ ຍາວລັດຖະບານໄດ້ລົງທືນກໍ່ສ້າງໂຮງໝໍແມ່ ແລະ ເດັກຫຼັງໃໝ່, ເປັນໂຮງໝໍຂະໜາດໃຫຍ່,ມີ ຄວາມທັນສະໄໝ, ຊຶ່ງໄດ້ເລີ່ມກໍ່ສ້າງມາແຕ່ປີ 2013 ແລະ ຮອດປັດຈຸບັນ ແມ່ນສຳເລັດແລ້ວ 100% ແລະ ຄາດວ່າຈະເປີດໃຫ້ບໍລິການໃນເດືອນມິຖຸນານີ້ ແລະ ເຊື່ອວ່າ ຈະສາມາດຮອງຮັບ ຄວາມຕ້ອງການຂອງຜູ້ມາໃຊ້ບໍລິການໄດ້ຢ່າງພຽງພໍ ແລະ ສາມາດແກ້ໄຂບັນຫາຄົນເຈັບລົ້ນໂຮງໝໍໄດ້ເປັນຢ່າງດີ. ໂຮງໝໍຫລັງໃໝ່ນີ້ ເປັນໂຮງໝໍຂະໜາດໃຫຍ່ສາມາດບັນຈຸຕຽງນອນຄົນເຈັບໄດ້ຫຼາຍກວ່າ 150 ຕຽງ, ມີອຸປະກອນ ການແພດທີ່ທັນສະໄໝ ເລະ ມີສິ່ງອຳນວຍຄວາມສະດວກອື່ນໆອີກຫຼາກຫຼາຍສຳເລັດຄົນເຈັບ, ຕັ້ງຢູ່ບ້ານໜອງພະຍາ, ເມືອງໄຊທານີ ນະຄອນຫຼວງວຽງຈັນ.

 

ຂ່າວຈາກ: ລາວພັດທະນາ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...