spot_img
Homeຊີວິດແລະຄວາມຮັກແມ່ຍິງທີ່ຈະຢຸດ! ຜູ້ຊາຍຫຼາຍໃຈໄດ້ ຕ້ອງມີ 6 ຂໍ້ນີ້

ແມ່ຍິງທີ່ຈະຢຸດ! ຜູ້ຊາຍຫຼາຍໃຈໄດ້ ຕ້ອງມີ 6 ຂໍ້ນີ້

Published on

ຄໍລຳ ຊີວິດ ກັບ ຄວາມຮັກ ວັນນີ້ເຮົາຈະມາຊ່ວຍແມ່ຍິງທີ່ມີແຟນເປັນຄົນຫຼາຍໃຈ ມັກມີເຮືອນນ້ອຍເຮືອນໃຫຍ່ ມັກແວ່ຮ້ານນ້ອຍ ຮ້ານໃຫຍ່ ຫຼື ມັກມີສາວໆໃນສາງເປັນໂຫລ ດ້ວຍ 6 ຂໍ້ ທີ່ຈະຢຸດ ຄວາມຫຼາຍໃຈຂອງຜູ້ຊາຍ ເຖິງຈະຢຸດບໍ່ໄດ້ 100% ແຕ່ກໍ່ຂໍບອກວ່າ ຖ້າສາວໃດເຮັດໄດ້ ຄວາມຮັກຂອງພວກທ່ານກໍ່ບໍ່ສັ່ນຄອນແນ່ນອນ ແຕ່ຈະມີຂໍ້ໃດແນ່ນັ້ນ ເຮົາມາອ່ານກັນເລີຍ

  1. ຕ້ອງເປັນສາວເຢັນໆ ນິ້ງໆ ສະຫງົບໄວ້ ບໍ່ຈູ້ຈີ້ຈຸກຈິກ ເປັນຜູ້ໃຫຍ່ໃນແບບແມ່ຍິງ ໃຈກ້ວາງ ເວົ້າເຂົ້າໃຈງ່າຍ ບໍ່ເຮັດໂຕໄຮ້ສາລະ ແລະ ຮູ້ເອົາໃຈຄົນຮັກ
  2. ພາຍນອກອ່ອນຫວານ ຮຽບຮ້ອຍ ແຕ່ພາຍໃນເຂັ້ມແຂງ ບໍ່ຍອມເຂົາງ່າຍໆ ແຕ່ການບໍ່ຍອມນັ້ນບໍ່ແມ່ນຈະຜິດຖຽງກັນ ແຕ່ທ່ານຕ້ອງສະຫຼາດໃນການຕໍ່ລອງ ຮູ້ວ່າຄວນເຮັດສິ່ງໃດກັບຄົນຮັກ ເຮັດໃນເວລາໃດ ແລະ ເຮັດແນວໃດ
  3. ຕ້ອງບໍ່ໂງ່ຫຼາຍ ແລະ ບໍ່ສະຫຼາດຫຼາຍ ທີ່ຈິງກໍ່ຮູ້ທຸກເລື່ອງກ່ຽວກັບເຂົາແຕ່ເກັບໄວ້ ຮູ້ວ່າສິ່ງໃດຄວນເວົ້າ ບໍ່ຄວນເວົ້າ ແລ້ວ ເວົ້າເວລາໃດຈິ່ງເໝາະສົມ
  4. ເປັນຄົນຮູ້ວຽກເຮືອນ, ເຮັດອາຫານເປັນ ຮູ້ຈັກການໄປການມາ ໃຫ້ຖືກກັບກາລະເທສະ
  5. ຕອນທີ່ຝ່າຍຊາຍເຂົ້າມາຈີບທຳອິດ ກໍ່ເຮັດເສີຍໆຄືບໍ່ສົນໃຈເຂົາ ເຮັດຫຼິ້ນຕົວເຂົ້າໄວ້ ເພາະຜູ້ຊາຍຈຳພວກນີ້ເຂົາຈະມັກແມ່ຍິງທີ່ຈີບຍາກ ເພາະພວກເຂົາຄິດວ່າ ສິ່ງໃດທີ່ໄດ້ມາຍາກນັ້ນຍ່ອມມີຄວາມໝາຍສຳລັບພວກເຂົາ ແຕ່ຢ່າຫຼິ້ນຕົວຫຼາຍເກີນໄປເດີ້ ເພາະບາງຄົນອາດໝົດຄວາມອົດທົນກໍ່ໄດ້
  6. ຕ້ອງເປັນຄົນທີ່ຮັກສາຕົວເອງໃຫ້ເບິ່ງດີ ເບິ່ງງາມຕະຫຼອດເວລາ ບໍ່ວ່າຈະເປັນຜິວພັນ, ຮູບຮ່າງ, ໜ້າຕາ, ສຸຂະພາບ, ແນວຄວາມຄິດ, ການເວົ້າຈາ ສາມາດອອກງານສັງຄົມກັບເຂົາໄດ້ຕະຫຼອດເວລາເມື່ອເຂົາຕ້ອງການ ແລະ ທີ່ສຳຄັນ ລີລາເທິງຕຽງດີບໍ່ມີຕົກ

 

ເມື່ອອ່ານເບິ່ງແລ້ວກໍ່ລອງສຳຫຼວດເບິ່ງຕົວເອງຄືນ ຖ້າຂາດຂໍ້ໃດກໍ່ຄວນປັບປຸງຕົວ ເພື່ອຈະເຮັດໃຫ້ຄວາມຮັກນັ້ນຢູ່ກັບເຮົາໄປດົນໆ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...