spot_img
HomeBaby-ແມ່ແລະເດັກແມ່ຍິງຄົນອັງກິດໃຫ້ກໍາເນີດລູກສາວ ທີ່ມາຈາກສະເປີມຂອງຄົນແປກໜ້າ

ແມ່ຍິງຄົນອັງກິດໃຫ້ກໍາເນີດລູກສາວ ທີ່ມາຈາກສະເປີມຂອງຄົນແປກໜ້າ

Published on

ສະເຕເຟນີ ເທເລີ ແມ່ຍິງອາຍຸ 33 ປີ ທີ່ໄດ້ໃຫ້ກໍາເນີດລູກສາວຄົນທີສອງ ຈາກການໃຊ້ສະເປີມຂອງຄົນແປກໜ້າ ທີ່ຊື້ຜ່ານທາງການບໍລິການແອັບພິເຄຊັ່ນ Just a baby ໂດຍສະເພາະ ພ້ອມກັບຊື້ອຸປະກອນປະສົມພັນທຽມຈາກ ebay ແລະ ໄດ້ສຶກສາວິທີການນໍາໃຊ້ຜ່ານທາງຢູທູບ ແລະ ກໍປະສົບຜົນສໍາເລັດ.

ເຫດຜົນທີ່ແມ່ຍິງຄົນດັ່ງກ່າວຕັດສິນໃຈມີລູກແບບໃຊ້ສະເປີມຈາກການຊື້ຜ່ານທາງອອນລາຍກໍເພາະວ່າ ລາວໄດ້ຢ່າຮ້າງກັບຄົນຮັກເກົ່າ ແລະ ຕ້ອງການຢາກມີລູກຄົນທີສອງ ແຕ່ບໍ່ຢາກມີຄົນຮັກໃໝ່, ຖ້າຈະໄປປິ່ນປົວກໍຕ້ອງມີຄ່າໃຊ້ຈ່າຍທີ່ແພງຫຼາຍ ລາວຈຶ່ງຫາວິທີມີລູກດ້ວຍຕົນເອງ.

ແມ່ຍິງຄົນດັ່ງກ່າວໃຊ້ເວລາເລືອກຜູ້ຊາຍທີ່ມີບຸກຄະລິກຕາມທີ່ລາວຕ້ອງການຜ່ານທາງແອັບພິເຄຊັ່ນ Just a baby ແລະ ໄດ້ຕົງລົງຊື້ສະເປີມຈາກຊາຍຄົນໜຶ່ງໃນແອັບນັ້ນ, ຫຼັງຈາກນັ້ນ 3 ອາທິດ ຜູ້ຊາຍຄົນດັ່ງກ່າວກໍມາສົ່ງສະເປີມໃຫ້ຢູ່ເຮືອນ ພ້ອມກັນນັ້ນ ແມ່ຍິງຄົນດັ່ງກ່າວກໍໄດ້ສັ່ງຊື້ອຸປະກອນເສີມຈາກ ebay ແລະ ຮຽນໃຊ້ຜ່ານຢູທູບ ຈົນໃນທີ່ສຸດລາວກໍຖືພາ ແລະ ໃຫ້ກໍາເນີດລູກສາວ ໃນວັນທີ 15 ຕຸລາ 2020 ທີ່ຜ່ານມາ.

ແຫຼ່ງຂ່າວ: komchadluek

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...