spot_img
Homeຂ່າວຕ່າງປະເທດແມ່ຄົນອິນເດຍ ໃຫ້ເກີດລູກແຝດ 2 ຫົວ

ແມ່ຄົນອິນເດຍ ໃຫ້ເກີດລູກແຝດ 2 ຫົວ

Published on

ອີງຕາມການລາຍງານຂ່າວຂອງສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 4 ຕຸລາຜ່ານມານີ້ວ່າ ມີແມ່ຍິງຄົນອິນເດຍ ອາຍຸ 20 ປີ ຈາກເມືອງ ອັດເມີ ຢູ່ລັດຣາຊສະຖານ ໄດ້ເກີດລູກຝາແຝດຊາຍ ທີ່ມີພາວະຜິດປົກກະຕິຄື ມີ 2 ຫົວໃນຮ່າງດຽວ ແຕ່ກໍສະລົດໃຈ ເຖິງເດັກຈະມີໂອກາດລອດຊີວິດ ແຕ່ມາເສຍຊີວິດລົງ ໃນໄລຍະເວລາ 32 ຊົ່ວໂມງ ເພາະຜູ້ເປັນພໍ່ແມ່ ຂອງເດັກນ້ອຍຢືນຢັນທີ່ຈະເອົາເດັກກັບບ້ານ ທັງໆທີ່ແພດເຕືອນແລ້ວວ່າ ສ່ຽງຫຼາຍ ແລະແນະນຳໃຫ້ຢູ່ໂຮງໝໍໄປກ່ອນ

ຫຼັງຈາກທີ່ເກີດອອກມາແລ້ວ ແພດໄດ້ເປີດເຜີຍວ່າ ເດັກນ້ອຍແຝດຄູ່ນີ້ ອາຍຸໃນການຖືພາສົມບູນ ມີນໍ້າໜັກ 2,5 ກິໂລ ສຸຂະພາບຮ່າງກາຍແຂງແຮງ ແຕ່ມີບັນຫາເລື່ອງການຫາຍໃຈ, ຄູ່ແຝດນີ້ມີອະໄວຍະວະຢູ່ພາຍໃນ 2 ຊຸດ ແຕ່ອະໄວຍະວະພາຍນອກ ແມ່ນມີແຕ່ຫົວທີ່ບໍ່ໃຊ້ຮ່ວມກັນ ສ່ວນອື່ນໆແມ່ນໃຊ້ຮ່ວມກັນ ຈຶ່ງບໍ່ສາມາດຜ່າຕັດແຍກອອກຈາກກັນໄດ້

%e0%ba%9d%e0%ba%b2%e0%bb%81%e0%ba%9d%e0%ba%94

ດັ່ງນັ້ນ ທາງແພດໝໍ ມີຄວາມເຫັນວ່າ ເດັກນ້ອຍແຝດຄູ່ນີ້ ຄວນຈະຕ້ອງຢູ່ພາຍໃຕ້ການດູແລຢ່າງໃກ້ຊິດ ຢູ່ໂຮງໝໍກ່ອນ ແຕ່ພໍ່ກັບແມ່ ບໍ່ເຊື່ອ ຕັດສິນໃຈພາລູກຊາຍກັບບ້ານ ເຮັດໃຫ້ເດັກນ້ອຍແຝດຄູ່ນີ້ ຕ້ອງເສຍຊີວິດລົງ ໂດຍຢູ່ໄດ້ພຽງແຕ່ 1 ມື້ ກັບ 8 ຊົ່ວໂມງເທົ່ານັ້ນ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...