ການແຂ່ງຂັນບານເຕະພຣີເມຍລີກ ອັງກິດ (ນັດຕົກຄ້າງ) ໃນວັນພຸດທີ 20 ພຶດສະພາ 2015
ນັດນີ້ຈະເປັນນັດລ້າງຕາຂອງສອງທີມ ອາເຊນອນ ແລະ ຊັນເດີແລນ ຈາກຜົນງານໃນໄລຍະນີ້ເຈົ້າບ້ານຍັງບໍ່ຫຼູຫຼາຄືເກົ່າ 5 ນັດຫຼ້າສຸດ ຊະນະ 1 ສະເໝີ 3 ເສຍ 1 ແຕ່ວ່າການຫຼີ້ນໃນຖີ່ນເຮັດໄດ້ດີສົມຄວນ ສ່ວນທີມເຢືອນຜົນງານທີ່ຜ່ານມາກໍ່ຖືວ່າໃຊ້ໄດ້ອາດເປັນເພາະວ່າລຸ້ນໜີຕົກຊັ້ນແນ່ຈາກ 5 ນັດ ຊະນະ 2 ສະເໝີ 2 ເສຍ 1 ຄັ້ງ ແຕ່ເກມເຢືອນບໍ່ຄ່ອຍດີເທົ່າໃດ ຈາກສະຖິຕິທີ່ເຄີຍພົບກັນມາແມ່ນເຈົ້າບ້ານຫຼີ້ນໄດ້ດີກວ່າມີໂອກາດທີ່ເຈົ້າຖີ່ນຈະຍິງຫຼາຍປະຕູ
ສະໜາມ: ເອມິເຣດ ສະເຕດ້ຽມ
ຜູ້ຕັດສິນ: ອັນໂທນີ່ ເທເລີ
ເວລາເຕະ: 01:45 ນາທີ