spot_img
Homeຂ່າວພາຍ​ໃນແມນຊິຕີ ພ້ອມທຸ່ມເງິນ ເພື່ອດຶງໂຕ ເມສຊີ ມາຮ່ວມທີມ

ແມນຊິຕີ ພ້ອມທຸ່ມເງິນ ເພື່ອດຶງໂຕ ເມສຊີ ມາຮ່ວມທີມ

Published on

A
ເມສຊີ ນັກເຕະກອງໜ້າຂອງບາເຊໂລນາ ທີ່ມີຄ່າຕົວແພງຢ່າງມະຫາສານ

ແມນເຊັສເຕີ ຊິຕີ ພ້ອມທຸ່ມເງິນທໍາສະຖິຕິໂລກ 164 ລ້ານປອນດຶງຕົວ ລິໂອເນລ ເມສຊີ ສຸດຍອດກອງໜ້າຂອງບາເຊໂລນາ ມາຮ່ວມທີມໄລຍະປີນີ້ ຫຼັງມີຂ່າວນັກເຕະຊາວອາກຊັງຕິນຄົນດັ່ງດກ່າວບໍ່ຄ່ອຍມີຄວາມສຸກປານໃດກັບທິມ ແລະ ຍັງບໍ່ຍອມຕໍ່ສັນຍາສະບັບໃໝ່ກັບ ບາເຊໂລນາ ຕໍ່ໄປ.
ແມນຊິຕີ ສະໂມສອນແຫ່ງພຣີເມຍລີກອັງກິດ ຕົກເປັນຂ່າວໃຫຍ່ວ່າກໍາລັງພິຈາລະນາທີ່ຈະລົງທຶນເປັນສະຖິຕິໂລກເຖິງ 164 ລ້ານປອນ ເພື່ອດຶງຕົວ ລິໂອເນລ ເມສຊີ ກອງໜ້າຕົວເກັ່ງຂອງບາເຊໂລນາ ສະໂມສອນຍັກໃຫຍ່ແຫ່ງ ລາລີກາ ແອັດສະປາຍ ມາເສີມທີມໃນໄລຍະປີນີ້ ຈາກການລາຍງານຂອງສຳນັກຂ່າວຕ່າງປະເທດ ເມື່ອວັນທີ 4 ພຶດສະພາທີ່ຜ່ານ.
ເມສຊີ ຖືກຍົກໃຫ້ເປັນນັກເຕະທີ່ດີທີ່ສຸດໃນໂລກ ຈາກການສ້າງຜົນງານໄດ້ຢ່າງໂດດເດັ່ນໃນການຊ່ວຍໃຫ້ ບາເຊໂລນາ ຄອງຄວາມຍິ່ງໃຫຍ່ທັງໃນແອັດສະປາຍ ແລະ ເອີຣົບ ຕະຫຼອດໄລຍະທີ່ຜ່ານມາ ແຕ່ກໍ່ມີຂ່າວລືອອກມາວ່າ ລາວເລີ່ມບໍ່ມີຄວາມສຸກໃນຖິ່ນຄຳນູ ແລະ ບາເຊໂລນາ ກຳລັງມາເຖິງເວລາແຫ່ງຄວາມປ່ຽນແປງ.
ຂ່າວນີ້ສ້າງຄວາມຕື່ນຕົວໃຫ້ກັບ ແມນຊິຕີ ເຊິ່ງມີ ຊິກິ ເບດິຣິສໄຕນ໌ ແລະ ເຟຣານ ໂຊເຣຍໂນ ເຮັດໜ້າທີ່ເປັນຜູ້ບໍລິຫານສະໂມສອນດັ່ງ ພ້ອມທີ່ຈະຢື່ນຂໍສະເໜີຈຳນວນມະຫາສານເພື່ອ ເມສຊີ ໂດຍມີລາຍງານວ່ານັກເຕະຄົນດັ່ງກ່າວຍັງບໍ່ໄດ້ຕໍ່ສັນຍາສະບັບໃໝ່ກັບ ບາເຊໂລນາ ແລະ ສະໂມສອນອາດເລືອກທີ່ຈະຮັບເງິນອັນມະຫາສານ ເພື່ອນຳໄປໃຊ້ໃນການຊອກຫາຜູ້ຫຼິ້ນໃໝ່ເຂົ້າມາເສີມທີມສຳລັບອະນາຄົດ.
ໂດຍມີການຄາດໝາຍວ່າ ແມນຊິຕີ ຈະຕ້ອງທຸ່ມເງິນຢ່າງໜ້ອຍ 168 ລ້ານປອນ ເພື່ອດຶງຕົວນັກເຕະຄົນດັ່ງກ່າວມາຮ່ວມທີມ ເຊິ່ງຈະເປັນການທຳລາຍສະຖິຕິໂລກການຍ້າຍທີມລົງ ຫຼັງທີ່ ຣີລ ມາດຣິດ ເຄີຍຈ່າຍເງິນ 86 ລ້ານປອນ ເພື່ອດຶງຕົວ ແກເຣັດ ເບລ ປີກຕົວເກັ່ງຈາກ ທ໊ອດແນມ ຮ໊ອດສະເປີ ເມື່ອປີທີ່ແລ້ວ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...