ແຟ​ຊັ່ນ​ຈາກຈີນ​ເຮັດ​ກິ໊​ບ​ຕິດ​ຜົມ​ໜ້າ​ຮັກ​

230536

    Facebook CCTV News ໄດ້​ມີ​ການ​ໂພດຕ໌​ພາບ​ແຟ​ຊັ່ນ​ສຸດ​ຮິດ​ແນວ​ໃໝ່​ຂອງ​ສາວ​ໝວຍ ສາວ​ຈີນ ເມື່ອ​ພວກ​ນາງ​ເຫລົ່າ​ນັ້ນ​ລຸກ​ມາ​ຕິດ​ກິ໊​ບສະ​ໄຕໃໝ່ ຫລັງ​ຈາກ​ທີ່​ກ່ອນ​ໜ້າ​ນີ້​ຫາກໍ່​ຈະ​ມີ​ເທນ​ຕິດ​ຕົ້ນ​ໄມ້​ໄວ້​ເທິງ​ຫົວ​ໄປ​ບໍ່ດົນ ແຕ່​ຂໍ​ບອກວ່າ​ເທນ​ໃໝ່​ຂອງ​ສາວໆ​ນີ້​ແປກດີ ເປັນ​ກິ໊​ບ​ຕິດ​ຜົມ​ຮູບ​ອາຫານ​ຫລາກ​ເມ​ນູ  ​ທີ່​ວ່າ​ນີ້​ກໍ​ມີ​ໃຫ້​ເລືອກ​ຫລາກ​ຫລາຍ​ເມ​ນູ​ນຳກັນ ທັງ​ໝູ​ສາມ​ຊັ້ນ​ຕົ້ມ​ພະ​ໂລ້ ຊີ່​ໂຄງ​ໝູ​ອົບ,ໄຂ່​ດາວ,ເບ​ຄອນ ກ໊ຽວ​ຊ່າ,ກຸ້ງ​ເຜົາ,ນ່ອງ​ໄກ່​ທອດ ແລະ​ເມ​ນູ​ອື່ນໆ ອີກ​

ແຕ່​ເຫັນ​ແລ້ວ​ແບບ​ຫລິ້ນ​ເອົາ​ຂົນ​ລຸກ​ເບົາໆກໍ​ຕ້ອງ​ນີ້​ເລີຍກິ໊​ບ​ຕິດ​ຜົມ​ຮູບ​ແມງ​ສາບ ກໍ​ບໍ່​ຮູ້​​ວ່າ​ມັນ​ໜ້າ​ຕິດ​ບ່ອນໃດ​ກິ໊​ບ​ຮູບ​ແມງ​ສາບ​ ແບບ​ນີ້​ນີ້​ຖ້າລອງ​ຕິດ​ກິ໊​ບ​ແມງ​ສາບ​ພ້ອມໆກັບ​ກິ໊​ບ​ອາຫານ ​ແທນ​ທີ່​ຈະ​ເບິ່ງ​ໜ້າ​ກິນ ກັບ​ກາຍ​ເປັນ​ວ່າ​ເບິ່ງ​ສົກກະປົກ​ໄປ​ເລີຍເຮັດ​ໄປ​ໄດ້ ເອົາ​ລະ​ສາວ​ຄົນ​ໃດ​ສົນ​ໃຈ​ກໍ​ລອງ​ໄປ​ຫາ​ມາ​ຕິດ​ຕາມ​ກັນ​ເກ໋​ໆ​ເບິ່ງ​

230537 230538 230539 230540 230541