ວິທີເບິ່ງຮ່າງກາຍວ່າກຳລັງເປັນມະເຮັງ14ຊະນິດ

มะเร็งรังไข่

ວິທີສັງເກດອາການເບື້ອງຕົ້ນຂອງມະເຮັງຊະນິດຕ່າງໆອາການຂອງການເກີດມະເຮັງໃນອະໄວຍະວະຕ່າງໆຂອງຮ່າງກາຍ

1.ມະເຮັງປາກມົດລູກ
ອາການມີເລືອດອອກຈາກຊ່ອງຄອດທັງໆທີ່ບໍ່ແມ່ນເວລາຮອບເດືອນປົກກະຕິອາການເຈັບປວດແລະມີເລືອດອອກຫລັງຈາກມີເພດສຳພັນຖ້າພົບວ່າມີສິ່ງເຫລົ້ານີ້ເກີດຂຶ້ນການກວດໂດຍຂູດເນື້ອເຍື່ອຈາກບໍລິເວນດັ່ງກ່າວໄປກວດດ້ວຍກ້ອງຈຸນລະທັດຈະຮູ້ໄດ້

2.ມະເຮັງໃນມົດລູກ
ອາການມີເລືອດອອກຫລັງການມີເພດສຳພັນຫລືບາງເທື່ອອາດມີຄວາມຮູ້ສຶກວ່າມີກ້ອນຊີ້ນຫລືມີອາການບວມໃນຊ່ອງທ້ອງ

3.ມະເຮັງຮັງໄຂ່
ອາການປະຈຳເດືອນມາບໍ່ສະໝ່ຳສະເໝີຫລືການມີອາການເຈັບປວດຫລັງການມີເພດສຳພັນມີບັນຫາກ່ຽວກັບລຳໄສ້ອາການທ້ອງອືດ,ອາຫານບໍ່ຍ່ອຍ,ນ້ຳໜັກຫລຸດແລະມີອາການປວດຫລັງ

4.ມະເຮັງໃນເມັດເລືອດ(ລູຄີເມຍ)
ອາການເມື່ອຍງ່າຍແລະມີອາການຈືດກວ່າປົກກະຕິມັກເກີດອາການຟົກຊ້ຳດຳຂຽວຫລືມີເລືອດອອກທາງຜິວໜັງໄດ້ງ່າຍໂດຍບໍ່ຮູ້ສາເຫດແລະມັກຈະເກີດຮ່ວມກັບອາການປວດຕາມຂໍ້ຕ່າງໆທົ່ວຮ່າງກາຍບາງເທື່ອຈະທ້ອງອືດແລະເມື່ອຄຳເບິ່ງຈະພົບວ່າມີກ້ອນບວມທີ່ຂ້າງຊ້າຍຂອງຊ່ອງທ້ອງ

5.ມະເຮັງປອດ
ອາການມັກມີອາການໄອເລື້ອຍໆມີເລືອດອອກແລະມີສະເລສມາກັບນ້ຳລາຍນ້ຳໜັກຫລຸດຢ່າງວ່ອງໄວເຈັບໜ້າເອິກແລະຫາຍໃຈລຳບາກຫລືອາດມີອາການຫອບປົນຢູ່ດ້ວຍທັງໆ ທີ່ບໍ່ເຄີຍເປັນຫລາຍມາກ່ອນ

6.ມະເຮັງຕັບ
ອາການປວດໃນບໍລິເວນທ້ອງ,ເບື່ອອາຫານ,ນ້ຳໜັກຫລຸດຕາແລະຜິວເປັນສີອອກເຫລືອງແລະເຫລືອງແຮງຈົນເຫັນໄດ້ຊັດເຈນ

7.ມະເຮັງກະເພາະປັດສາວະ
ອາການມີເລືອດປົນອອກມາກັບປັດສາວະ

8.ມະເຮັງສະໝອງ
ອາການປວດຫົວດົນໆແລະມັກມີອາການອື່ນຮ່ວມນໍາເຊັ່ນຮາກຫລືການຜິດປົກກະຕິຂອງການເບິ່ງເຫັນຕາມົວແລະເຫັນແສງຂຽວໆແດງໆຟູໄປມາເວລາເຈັບຫົວອ່ອນເພຍບໍ່ມີແຮງ ຫລືການເປັນລົມໂດຍກະທັນຫັນອະໄວຍະວະບາງສ່ວນຂອງຮ່າງກາຍຢຸດເຮັດວຽກເຊັ່ນມີອາການຊາແລະເປັນອຳພາດຊົ່ວຄາວຄວນໃຫ້ຄວາມລະວັງເປັນພິເສດຖ້າເຄີຍມີປະຫວັດການເຈັບຫົວທີ່ມີອາການເຫລົ່ານີ້ປະກອບຢູ່ນໍາ

9.ມະເຮັງໃນຊ່ອງປາກ
ອາການມີກ້ອນບວມຢູ່ໃນປາກ ຫລືທີລິ້ນເປັນເວລາດົນມີແຜເປື່ອຍທີ່ປາກທີ່ບໍ່ໄດ້ຮັບການປິ່ນປົວ ຫລືເປັນແຜຊຳເຮື້ອທີ່ເຫືອກເນື່ອງຈາກການກົດທັບຂອງແຂ້ວປອມທີ່ໃສ່ໄວ້ປະຈຳຫລື ເປັນເວລານານ

10. ມະເລັງໃນລຳຄອ
ອາການສຽງແຫບມົວໄປທັນທີ ມີກ້ອນບວມໃນທັນທີເຮັດໃຫ້ຮູ້ສຶກວ່າກືນອາຫານໄດ້ລຳບາກ ຫລືມີການຂະຫຍາຍຕົວຂອງຕ່ອມໃນລຳຄໍທີ່ໃຫຍ່ຂຶ້ນຈົນສາມາດຈັບແລະຮູ້ສຶກໄດ້

11. ມະເລັງໃນກະເພາະອາຫານ
ອາການນ້ຳໜັກຫລຸດລົງຢ່າງວ່ອງໄວຮາກອອກມາເປັນເລືອດທ້ອງອືດຫລືອາຫານບໍ່ຍ່ອຍ ເລື້ອຍໆຮູ້ສຶກຄືມີກ້ອນຊີ້ນປົ່ງໃນບໍລິເວນທ້ອງພຽງແຕ່ຫາກໍ່ຈະກິນອາຫານໄປໄດ້ບໍ່ຈັກຄຳ

12.ມະເຮັງເຕົ້ານົມ
ອາການມີເລືອດຫລືຂອງແຫລວບາງຢ່າງໄຫລອອກມາຈາກຫົວນົມບວມຫລືຜິວຊີ້ນຜົ້ງເອິກໜາຂຶ້ນມີກ້ອນບວມຈົນຈັບໄດ້ເມື່ອຄຳບໍລິເວນກ້ອງຂີ້ແຮ້ບາງເທື່ອອາດມີຕຸ່ມຫລືສິວເກີດຂຶ້ນທີ່ເຕົ້ານົມເປັນເວລາດົນຄວນລະວັງເພາະຜູ້ຍິງ9ໃນ10ຄົນຈະມີອາການບວມຂອງກ້ອນຊີ້ນບໍລິເວນຜົ້ງເອິກໂດຍບໍ່ຮູ້ສາເຫດເມື່ອມີອາຍຸຫລາຍຂຶ້ນເນື່ອງຈາກການປ່ຽນແປງຂອງຮໍໂມນເຮັດໃຫ້ເກີດເປັນຖົງນ້ຳກ້ອງຜິວໜັງທີ່ເອີ້ນວ່າຊີດຊຶ່ງຄວນຕ້ອງຄົ້ນຫາສາເຫດຂອງອາການບວມນັ້ນໃຫ້ຊັດເຈນເສຍກ່ອນວ່າຄືຫຍັງກັນແທ້

13.ມະເຮັງລຳໃສ້
ອາການນ້ຳໜັກຫລຸດລົງຢ່າງວ່ອງໄວມີອາການເຈັບທ້ອງຢ່າງຫລວງຫລາຍແລະລະບົບການຍ່ອຍຜິດປົກກະຕິມີເລືອດອອກປົນມາກັບຖ່າຍໜັກ

**ຊຶ່ງມີວິທີສັງເກດຂອງຜູ້ທີ່ມີອາການກ່ຽວກັບລິດສີດວງທະວານຢູ່ແລ້ວຄືຖ້າໃຊ້ເຈ້ຍຊິດຊູເຊັດແລ້ວເລືອດມີສີແດງສົດນັ້ນຄືອາການຂອງລິດສີດວງທະວານແຕ່ຖ້າເລືອດມີສີດຳຄ້ຳນັ້ນຄືອາການຂອງພະຍາດມະເຮັງໃນລຳໃສ້

14.ມະເຮັງຕ່ອມນ້ຳເຫລືອງ
ອາການມີກ້ອນບວມເກີດຂຶ້ນທີ່ກ້ອງຂີ້ແຮ້ຫລືກ້ອງຂາໜີບໂດຍສະເພາະຢ່າງຍິ່ງຖ້າບໍ່ໄດ້ ເກີດອາການຕິດເຊື້ອໃນບາງສ່ວນຂອງຮ່າງກາຍມະເຮັງຜິວໜັງອາການມີບາດແຜຫລືແຜເປື່ອຍໂພງທີ່ບໍ່ໄດ້ຮັບການປິ່ນປົວຢູ່ເປັນເວລາດົນຕະຫລອດຈົນໄຝຫລືຫູດທີ່ໃຫຍ່ຂຶ້ນແລະມີການປ່ຽນສີຫລືຮູບຮ່າງຂະໜາດນອກຈາກນີ້ອາການອັນຕະລາຍອີກຢ່າງໜຶ່ງທີ່ ເອີ້ນວ່າເມລາໂນມາ(Melanoma )ຄືຊີ້ນງອກທີ່ປະກອບດ້ວຍຈຸລັງທີ່ມີເມລານິນສະສົມຢູ່ ເຊັ່ນ:ຈຸດດ່າງຫລືໄຝ,ຖ້າເຈົ້າມີໄຝຫລາຍກວ່າ50ເມັດທົ່ວຮ່າງກາຍຫລືມີຄົນໃນຄອບຄົວທີ່ມີປະວັດ

มะเร็งรังไข่