spot_img
Homeຂ່າວຕ່າງປະເທດແພດປະເທດອາຟຣິກາໃຊ້ຢາຂ້າແມ່ທ້ອງຂອງສັດໃຊ້ເປັນຢາປິ່ນປົວໂຄວິດ-19 !!

ແພດປະເທດອາຟຣິກາໃຊ້ຢາຂ້າແມ່ທ້ອງຂອງສັດໃຊ້ເປັນຢາປິ່ນປົວໂຄວິດ-19 !!

Published on

ປະເທດອາຟຣິກາໃຕ້ເປັນປະເທດໜຶ່ງທີ່ມີປະຊາຊົນຕິດເຊື້ອໂຄວິດ-19 ຫຼາຍກວ່າ 52,000 ຄົນ ນັ້ນກໍຍ້ອນວ່າໂຄງການການສີດວັກຊີນປ້ອງກັນຍັງບໍ່ສາມາດເຂົ້າເຖິງປະຊາກອນໄດ້ທັງໝົດ ແລະ ສະຖານນະການຂອງການແຜ່ລະບາດຂອງໂຄວິດ-19 ຍິ່ງເພິ່ມຂື້ນ ເນື່ອງຈາກສະພາບອາກາດເລີ່ມມີອຸນນຫະພູມທີ່ເຢັນລົງ ເນື່ອງຈາກກໍາລັງຈະເຂົ້າສູ່ລະດູໜາວ

BBC ໄທ ໄດ້ລາຍງານວ່າ: ແພດບາງສ່ວນໃນປະເທດອາຟຣິກາໄດ້ໃຊ້ຢາ Ivermectin ເຊິ່ງເປັນຢາຂ້າແມ່ທ້ອງຂອງສັດ ເພື່ອໃຊ້ໃນການປິ່ນປົວໂຄວິດ-19 ໃນຄົນ ໂດຍມັນຊ່ວຍບັນເທົາອາການທີ່ຮຸນແຮງທີ່ສຸດບາງຢ່າງຂອງໂຄວິດ-19 ໄດ້

ເຖິງຢ່າງໃດກໍຕາມໜ່ວຍງານທີ່ກໍາກັບດູແລດ້ານການແພດຂອງອາຟຣິກາໃຕ້, ບໍລິສັດຜະລິດຢາ ແລະ ນັກວິທະຍາສາດທີ່ມີຊື່ສຽງທີ່ສຸດບາງສ່ວນຂອງຕ່າງປະເທດໄດ້ອອກມາໃຫ້ຄໍາເຕືອນໃນການໃຊ້ຢານີ້ເພື່ອປິ່ນປົວໂຄວິດ-19. ແຕ່ປະຊາຊົນຊາວອາຟຣິກາສ່ວນໃຫຍ່ໄດ້ຮຽກຮ້ອງໃຫ້ທາງລັດຖະບານອະນຸຍາດໃຫ້ມີການນໍາໃຊ້ຢາດັ່ງກ່າວ ເພາະໃນປັດຈຸບັນຢາຕົວນີ້ໄດ້ຮັບຄວາມນິຍົມຫຼາຍໃນຕະຫຼາດມືດ ແລະ ຊ່ວຍບັນເທົາອາການຂອງໂຄວິດ-19 ໄດ້ ແຕ່ທາງດ້ານໜ່ວຍງານກໍາກັບດູແລຜະລິດຕະພັນດ້ານສຸຂະພາບຂອງອາຟຣິກາໃຕ້ຍັງບໍ່ທັນອະນຸຍາດໃຫ້ໃຊ້ຢາຕົວນີ້ກັບຄົນ ຍ້ອນວ່າມັນຖືກຂື້ນທະບຽນໃຫ້ໃຊ້ກັບການຂ້າແມ່ທ້ອງໃນສັດເທົ່ານັ້ນ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...