spot_img
Homeຂ່າວພາຍ​ໃນແບບການແຕ່ງຕົວໃນລະດູໜາວ ແຕ່ງແນວໃດໃຫ້ເບິ່ງງາມໃນສາຍຕາຂອງຄົນອື່ນ

ແບບການແຕ່ງຕົວໃນລະດູໜາວ ແຕ່ງແນວໃດໃຫ້ເບິ່ງງາມໃນສາຍຕາຂອງຄົນອື່ນ

Published on

ໃນຄໍລຳ ແຟຊັ່ນ ກັບລາວໂພສຕ໌ ວັນນີ້ ເຮົາມາເອົາໃຈສາວໆ ດ້ວຍການນຳສະເໜີແບບຕົວຢ່າງການແຕ່ງຕົວໃນລະດູໜາວມາຝາກກັນ ເຮົາອາດຈະເຄີຍເຫັນສາວໆຫຼາຍຄົນທີ່ມີບັນຫາເລື່ອງການແຕ່ງຕົວທີ່ບໍ່ພໍດີ ບາງຄົນກໍ່ເກີນໄປ ບາງຄົນກໍ່ບໍ່ພໍງາມ ແລະ ຫຼາຍຄົນກໍ່ມັກຄິດວ່າການແຕ່ງຕົວງາມນັ້ນເສື້ອຜ້າທີ່ສວມໃສ່ຕ້ອງລາຄາແພງ ໂມດງາມ ສຳລັບເລື່ອງນີ້ມັນກໍ່ມີສ່ວນແຕ່ກໍ່ບໍ່ແມ່ນເຖິງ 100% ເພາະການແຕ່ງຕົວທີ່ອອກມາໃຫ້ເບິ່ງງາມນັ້ນ ບາງຄັ້ງກໍ່ບໍ່ຕ້ອງໃຊ້ເສື້ອຜ້າລາຄາແພງທີ່ຕ້ອງສັ່ງມາແຕ່ຕ່າງປະເທດສະເໝີໄປ ເສື້ອຜ້າບາງແບບກໍ່ສາມາດຊື້ຢູ່ຕະຫຼາດບ້ານເຮົາກໍ່ໄດ້ ແຕ່ອົງປະກອບທີ່ເຮັດໃຫ້ງາມນັ້ນມັນຕ້ອງປະກອບມີ ແບບເສື້ອຜ້າ, ສີເສື້ອຜ້າ, ເນື້ອແພຂອງເສື້ອ ຜ້າ, ລາຍຂອງເສື້ອຜ້າ, ການປະສົມປະສານລະຫວ່າງເຄື່ອງນຸ່ງເຊັ່ນ: ໂສ້ງ ກັບ ເສື້ອ (ເຮົາຕ້ອງເບິ່ງວ່າສີມັນເຂົ້າກັນໄດ້ບໍ່, ລາຍເສື້ອຜ້າໄປນຳກັນໄດ້ບໍ່ ແລະ ເນື້ອຜ້າຂອງທັງສອງມັນເໝາະສົມກັນບໍ່), ການແຕ່ງໜ້າ ເຮັດຊົງໃຫ້ເຂົ້າກັບຊຸດທີ່ໃສ່ ຮວມທັງການເລືອກອຸປະກອນເສີມເຊັ່ນ: ຜ້າພັນຄໍ, ສາຍຄໍ, ສາຍແຂນ, ແຫວນ ແລະ ເກີບທີ່ຈະໃສ່ ກະເປົາທີ່ຈະພາຍໄປນຳ ຕ້ອງເບິ່ງວ່າມັນສາມາດເຂົ້າກັນໄດ້ບໍ່ ແລະ ມັນເໝາະກັບໂຕເຮົາ ເໝາະກັບສະໄຕລຂອງເຮົາແລ້ວ ຫຼື ບໍ່? ເປັນຫຍັງຕ້ອງເບິ່ງລາຍລະອຽດຂະໜາດນີ້ ເພາະສິ່ງເຫຼົ່ານີ້ແມ່ນອົງປະກອບໂດຍລວມຂອງການແຕ່ງກາຍ ສຳລັບຄົນທີ່ມີຣົດນິຍົມແຕ່ງຕົວເປັນ ແຕ່ງຕົວເກັ່ງພວກເຂົາຈະໃສ່ໃຈເລື່ອງພວກນີ້ເປັນພິເສດ ແລະ ເມື່ອເວລາທີ່ພວກເຂົາແຕ່ງຕົວອອກຈາກເຮືອນບໍ່ວ່າພວກເຂົາຈະນຸ່ງເຄື່ອງລາຄາແພງ ຫຼື ລາຄາຖືກ ຫຼື ນຸ່ງສະໄຕລໃດພວກເຂົາກໍ່ເບິ່ງໂດດເດັ່ນແກ່ສາຍຕາຄົນທີ່ພົບເຫັນສະເໜີ

ເມື່ອເວົ້າແລ້ວ ແອັດມິນກໍ່ມີບາງຕົວຢ່າງການແຕ່ຕົວໃນລະດູໜາວມາໃຫ້ແຟນເພສໄດ້ເບິ່ງນຳກັນ

05-1

0317

red-sweater-1_5

5101 222 z3 sh 54a 54511 gb

3-6

un11

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...