spot_img
Homeຂ່າວຕ່າງປະເທດ"ແບດທີເຣຍບຣູເຊລລາ" ຫຼຸດຈາກໂຮງງານຜະລິດວັກຊີນເມືອງຫຼານໂຈວຕິດເຊື້ອກວ່າ 3 ພັນຄົນ

“ແບດທີເຣຍບຣູເຊລລາ” ຫຼຸດຈາກໂຮງງານຜະລິດວັກຊີນເມືອງຫຼານໂຈວຕິດເຊື້ອກວ່າ 3 ພັນຄົນ

Published on

ເມື່ອວັນທີ 18 ກັນຍາ 2020 ເວັບໄຊ dailymail ລາຍງານວ່າ ເຈົ້າໜ້າທີ່ສາທາລະນະສຸກໃນເມືອງຫຼານໂຈວ ຢືນຢັນມີຜູ້ຕິດເຊື້ອບຣູເຊລລາ ໃນເມືອງຫຼານໂຈວ ປະມານ 3,245 ຄົນ ຈາກຈຳນວນປະຊາ ກອນທັງໝົດໃນເມືອງ 2.9 ລ້ານຄົນ ໂດຍເຈົ້າໜ້າທີ່ສາທາລະນະສຸກລາຍງານວ່າ ພົບອີກ 1,401 ຄົນມີຜົນກວດເບື້ອງຕົ້ນເປັນບວກ ແລະ ຍັງບໍ່ພົບຜູ້ເສຍຊີວິດ.

ຕາມການລາຍງານຂອງສຳນັກຂ່າວຊິນຫົວ ລະບຸວ່າ ແກ໊ສທີ່ປົນເປື້ອນເຊື້ອແບດທີເຣຍບຣູເຊລລາ ທີ່ຫຼຸດອອກມາຈາກໂຮງງານຜະລິດວັກຊີນ ສຳລັບສັດແຫ່ງນີ້ ເປັນລະອອງຝອຍທີ່ຖືກລົມພັດໄປຈົນເຖິງສະຖາບັນວິໄຈທາງສັດຫຼານໂຈວ ຈົນເຮັດໃຫ້ມີຜູ້ຕິດເຊື້ອບຣູເຊລລາເກືອບ 200 ຄົນ ໃນເດືອນທັນວາ 2019 ແລະ ຕໍ່ມາເຈົ້າໜ້າທີ່ໄດ້ມີການກວດເຊື້ອໃຫ້ແກ່ນັກສຶກສາ, ອາຈານ ແລະ ບຸກຄະລາກອນໃນສະຖາບັນວິໄຈແຫ່ງນີ້.

ຄະນະກຳມະທິການສູນສຸຂະພາບແຫ່ງເມືອງຫຼານໂຈວ ຖະແຫຼງຂ່າວເມື່ອວັນທີ 18 ກັນຍາ ວ່າ ສ່ວນ ໃຫຍ່ແລ້ວ ສັດປະເພດ ແກະ, ງົວ ແລະ ໝູ ມີສ່ວນກ່ຽວຂ້ອງກັບການແຜ່ລະບາດຂອງເຊື້ອແບດທີເຣຍບຣູເຊລລາ ທີ່ກໍ່ໃຫ້ເກີດໂຣກບຣູເຊລໂລຊິສ ເຊິ່ງຈະເຮັດໃຫ້ເກີດມີອາການໄຂ້ເປັນໄລຍະຍາວນານ ເປັນໆ ຫາຍໆ ບໍ່ແນ່ນອນ, ປວດຫົວ, ອ່ອນເພຍ, ເຫື່ອອອກຫຼາຍ, ໜາວສັ່ນ, ປວດຕາມຮ່າງກາຍ ແລະ ອື່ນໆ.

ທາງໂຮງງານຜະລິດວັກຊີນແຫ່ງນີ້ໄດ້ອອກມາຂໍໂທດປະຊາຊົນໃນເມືອງຫຼານໂຈວ ເມື່ອຕົ້ນປີທີ່ຜ່ານມາ ແລະ ທາງລັດຖະບານໄດ້ສັ່ງຖອນໃບອະນຸຍາດໂຮງງານແຫ່ງນີ້ໃນການຜະລິດວັກຊີນປ້ອງກັນໂຣກບຣູເຊລໂລຊິລແລ້ວ ນອກນັ້ນ, ທາງໂຮງງານໄດ້ເລີ່ມຈ່າຍຄ່າຊົດເຊີຍໃຫ້ແກ່ຜູ້ປ່ວຍທີ່ຕິດເຊື້ອ.

ຮຽບຮຽງຂ່າວ:​ ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...