spot_img
Homeນານາສາລະແທ້ ຫຼື ບໍ່? ປະທານາທິບໍດີລັດເຊຍ ກັບ ທ່ານນາຍົກທອງລຸນເປັນໝູ່ກັນສະໄໝຮຽນ

ແທ້ ຫຼື ບໍ່? ປະທານາທິບໍດີລັດເຊຍ ກັບ ທ່ານນາຍົກທອງລຸນເປັນໝູ່ກັນສະໄໝຮຽນ

Published on

ສຳນັກຂ່າວ TASS ເປີດເຜີຍວ່າ ຖືເປັນການພົບກັນຢ່າງເປັນທາງການຄັ້ງທຳອິດລະຫວ່າງການນຳລະດັບສູງ 2 ປະເທດ ລັດເຊຍ-ລາວ ໃນກອງປະຊຸມສຸດຍອດລັດເຊຍອາຊຽນ ເມື່ອກາງເດືອນພຶດສະພາທີ່ຜ່ານມາ. ເຊິ່ງນາຍົກທອງລຸນ ກໍໄດ້ມີໂອກາດເຂົ້າພົບທ່ານວາລາດິເມຍ ປູຕິນ ປະທານາທິບໍດີລັດເຊຍ ທັງສອງໄດ້ໂອ້ລົມກັນຢ່າງສະໜິດສະໜົມເປັນພາສາລັດເຊຍ. ທ່ານປູຕິນຍັງກ່າວອີກ ຮູ້ຈັກຜູ້ນຳລາວໃນຖານະ ເພື່ອນທີ່ດີຜູ້ໜຶ່ງ ແລະທັງສອງເຄີຍຮຽນໃນໄລຍະເວລາດຽວກັນ ທີ່ບ້ານເກີດຂອງທ່ານປູຕິນ ນັ້ນກໍຄືເມືອງເລນິນກຣາດ. ເຊິ່ງຄວາມຈິງແລ້ວທ່ານທອງລຸນເອງກໍເຄີຍໄປສຶກສາທີ່ສະຫະພາບໂຊວຽດເປັນເວລາ 10ກວ່າປີ ທັງ ປ.ໂທສາຂາພາສາສາດ-ວັນນະຄະດີ (ທີ່ເມືອງເລນິນກຣາດ) ແລະ ປ.ເອກສາຂາປະຫວັດສາດຄວາມສຳພັນລະຫວ່າງປະເທດ (ທີ່ນະຄອນຫຼວງມົດສະກູ). ເນື່ອງໃນໂອກາດປີນີ້ ສາຍພົວພັນທາງການທູດລາວ-ລັດເຊຍກໍໄດ້ຄົບຮອບ 55ປີ ຖືເປັນນິມິດໝາຍອັນດີແຫ່ງການຮ່ວມມືກັນລະຫວ່າງສອງປະເທດທີ່ມີປະຫວັດສາດຍາວນານ ແລະ ລັດເຊຍກໍໄດ້ມີການຊ່ວຍເຫຼືອປະເທດລາວດ້ວຍດີຕະຫຼອດມາຕັ້ງແຕ່ສະໄໝສະຫະພາບໂຊວຽດ. ແຕ່ກໍໜ້າເສຍດາຍທີ່ກອງປະຊຸມສຸດຍອດອາຊຽນທີ່ລາວໄດ້ເປັນເຈົ້າພາບຄັ້ງນີ້ ທ່ານ ປູຕິນບໍ່ໄດ້ມາຮ່ວມ ແຕ່ສົ່ງນາຍົກລັດຖະມົນຕີມາເປັນຕົວແທນ ຕ້ອງລໍຟັງໂອກາດຕໍ່ໆໄປ.
ໂດຍ : ສະໜົມເອກ
ຈາກ unader.com

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...