spot_img
Homeຂ່າວຕ່າງປະເທດແທມມີ່ ດັກເວີ້ ສະມາຊິກສະພາ ສະຫະລັດກ່າວ ກຽມສົ່ງວັກຊີນຊ່ວຍເຫຼືອໄທ

ແທມມີ່ ດັກເວີ້ ສະມາຊິກສະພາ ສະຫະລັດກ່າວ ກຽມສົ່ງວັກຊີນຊ່ວຍເຫຼືອໄທ

Published on

ສະຫະລັດອາເມຣິກາຈະບໍລິຈາກວັກຊີນໂຄວິດ-19 ຈຳນວນ 2.5 ລ້ານໂດສ ຊ່ວຍເຫຼືອປະເທດໄທ.

ສຳນກຂ່າວ ອຳມະລິນທີວີ (AMARINTV) ລາຍງານ: ທ່ານ ພັນໂທ ລັດດາ ແທມມີ່ ດັກເວີ້ ສະມາຊິກສະພາ ຄົນອາເມຣິກາເຊືອສາຍໄທ ຈາກລັດອິລິນອຍ (lllinois) ເປີດເຜີຍກັບສື່ມວນຊົນອາເມຣິກາວ່າ: ສະຫະລັດອາເມລິກາ ກຽມສົ່ງວັກຊີນໂຄວິດ-19 ຊ່ວຍເຫຼືອໄທ 2.5 ລ້ານ ໂດຍຈະຈັດສົ່ງວັກຊີນຊຸດທຳອິດປະມານ 1.5 ລ້ານໂດສ.

ພ້ອມທັງກ່າວວ່າ: ການລະບາດ ຂອງພະຍາດ ບໍ່ຈຳກັດພົບແດນ ຖ້າເກີດມີການລະບາດຢູ່ຂົງເຂດໃດໜຶ່ງ ອີກຂົງເຂດໜຶ່ງກໍຈະບໍ່ປອດໄພ ເຊິ່ງວັກຊີນທີ່ຈະຈັດສົ່ງ 1.5 ລ້ານ ໂດສ ທີ່ຈະສົ່ງທຳອິດ ແມ່ນວັກຊີນຊະນິດໄຟເຊີ້ (Pfizer)ສ່ວນວັກຊີນທີ່ຈະຈັດສົ່ງຕາມຫຼັງແມ່ນຍັງບໍ່ທັນຢືນຢັນຊະນິດ ຂອງວັກຊີນເທື່ອ.

ພ້ອມຍັງກ່າວຕື່ມອີກວ່າ: ຕົນຮູ້ສຶກດີໃຈ ທີ່ລັດຖະບານສະຫະລັດ ມີຄວາມມຸ້ງໝັ່ນ ໃນການສົ່ງວັກຊີນໃຫ້ປະເທດໄທ ເພື່ອຊ່ວຍໃຫ້ປະຊາຊົນໄທເອົາຊະນະພະຍາດໂຄວິດ-19 ໃນຊວ່ງໄລຍະການລະບາດ ຂອງເຊື້ອໄວຣັສສາຍພັນເດວຕ້າ ກໍາລັງເພີ່ມຂຶ້ນໃນທົ່ວໂລກ ເຊິ່ງການບໍລິຈາກວັກຊີນ ຂອງສະຫະລັດ ແມ່ນບໍ່ມີເງື່ອນໄຂໃດໆ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...