spot_img
Homeຂ່າວທ້ອງຖິ່ນແຕ່ງຕັ້ງຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ແຕ່ງຕັ້ງຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

Published on

ຂປລ. ໃນວັນທີ 30 ກັນຍາ ນີ້ ຢູ່ ນະຄອນຫລວງວຽງຈັນ, ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການແຕ່ງຕັ້ງ ໃຫ້ທ່ານ ທອງຜ່ານ ສະຫວັນເພັດ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານຂອງກະຊວງດັ່ງກ່າວ ກໍຄື ປະຕິ ບັດຕາມດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 283/ນຍ, ລົງວັນທີ 16 ສິງຫາ 2016 ວ່າດ້ວຍການແຕ່ງຕັ້ງຮອງລັດຖະມົນຕີກະຊວງການຕ່າງປະເທດ.

ໃນໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ຮອງລັດຖະມົນທີ່ໄດ້ຮັບຕຳແໜ່ງໃໝ່ ໂດຍເນັ້ນໃຫ້ສືບຕໍ່ເພີ່ມທະວີກຳລັງແຮງ ແລະ ສຸມສະຕິປັນຍາເຂົ້າໃນການປະຕິບັດໜ້າທີ່ການເມືອງ ທີ່ພັກ-ລັດ ມອບໝາຍໃຫ້ ແລະ ເພີ່ມທະວີກຳລັງແຮງຄວາມສາມັກຄີພາຍໃນ, ຄວາມເປັນແບບຢ່າງນຳໜ້າໃນການຊີ້ນຳ-ນຳພາ, ເດັດຂາດໃນການປະຕິບັດໜ້າທີ່ວຽກງານ ບົນຫລັກການເຮັດວຽກເປັນໝູ່ຄະນະ ເພື່ອຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ, ການຕ່າງປະເທດໃນໄລຍະໃໝ່ ດັ່ງມະຕິກອງປະຊຸມໃຫຍ່ຄັ້ງທີ x ຂອງພັກກຳນົດໄວ້. ພ້ອມນີ້, ຍັງໄດ້ຮຽກຮ້ອງໃຫ້ພະນັກງານຫລັກແຫລ່ງນຳພາທຸກຂັ້ນ ຢູ່ ພາຍໃນກະຊວງການຕ່າງປະເທດ ເຊີດຊູຄວາມເປັນແບບຢ່າງໃນການຊີ້ນຳ-ນຳພາ ແລະ ຈັດຕັ້ງປະຕິບັດໜ້າທີ່ວຽກງານທີ່ພັກ-ລັດ ມອບໝາຍໃຫ້, ໂດຍສະເພາະ ການນຳພາຈັດຕັ້ງປະຕິບັດແນວທາງການຕ່າງປະເທດຂອງພັກ ໃຫ້ໄດ້ຮັບຜົນສຳເລັດ.

 

ຂ່າວຈາກ: ສຳນັກຂ່າວສານປະເທດລາວ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...