spot_img
Homeຂ່າວທ້ອງຖິ່ນແຈ້ງໃຫ້ໂຈະການບໍລິການຮ້ານອາຫານສະຖານີ 3434 ຊົ່ວຄາວ.

ແຈ້ງໃຫ້ໂຈະການບໍລິການຮ້ານອາຫານສະຖານີ 3434 ຊົ່ວຄາວ.

Published on

ອີງຕາມໜັງສືແຈ້ງການຂອງ ຫ້ອງວ່າການ ເມືອງໄຊເສດຖາ ຄັ້ງວັນທີ 25/11/2020 ແຈ້ງໃຫ້ໂຈະການບໍລິການຮ້ານອາຫານ ສະຖານີ 3434 ຊົ່ວຄາວ.

ເນື່ອງຈາກໄລຍະນີ້ ເປັນໄລຍະກະກຽມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ການກະກຽມສະເຫຼີມສະຫຼອງວັນ ສໍາຄັນຂອງພັກຂອງຊາດໃຫ້ມີຄວາມສະຫງົບ ເປັນລະບຽບຮຽບຮ້ອຍ, ພ້ອມນີ້ສະພາບການແຜ່ລະບາດຂອງພະຍາດ ໂຄວິດ-19 ນັບມື້ຍັງເພີ່ມຂື້ນ, ສະນັ້ນເພື່ອເປັນການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ເພີ່ມທະວີການປ້ອງກັນ ແລະ ການແຜ່ລະບາດຂອງພະຍາດ ໂຄວິດ-19 ນັ້ນ ເຫັນຄວນໃຫ້ໂຈະການ ບໍລິການ ຊົ່ວຄາວເສຍກ່ອນຫ້າມບໍ່ໃຫ້ເປີດເພງຮ້ອງ, ຂັບລຳໃສ່ ຊີດີ (CD) ຜ່ານເຄື່ອງຂະຫຍາຍສຽງ ໂດຍບໍ່ໄດ້ຮັບອະນຸຍາດຈາກພາກສວ່ນທີ່ກ່ຽວຂ້ອງ ໃຫ້ລໍຖ້າຜົນຂອງການຄົ້ນຄວ້າຂອງຄະນະຮັບຜິດຊອບຂັ້ນເມືອງເສຍກ່ອນ ແລ້ວຈຶ່ງດໍາເນີນເປີດບໍລິການເປັນປົກກະຕິ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...