spot_img
Homeຂ່າວທ້ອງຖິ່ນແຈ້ງເຕືອນພາຍຸລະດູຮ້ອນ ປະຈຳວັນທີ 11 ພຶດສະພາ 2020

ແຈ້ງເຕືອນພາຍຸລະດູຮ້ອນ ປະຈຳວັນທີ 11 ພຶດສະພາ 2020

Published on

ເນື່ອງຈາກສອງຂະບວນລົມ ຈາກທິດຕາເວັນຕົກສ່ຽງໃຕ້ ແລະ ຕາເວັນອອກສ່ຽງໃຕ້ ໄດ້ພັດເຂົ້າມາປົກຄຸມຢູ່ທົ່ວທຸກພາກ ຂອງປະເທດລາວ ດ້ວຍກຳລັງປານກາງ, ເຊິ່ງຈະເຮັດໃຫ້ອາກາດຍັງຈະຮ້ອນ ຫາ ຮ້ອນເອົ້າຢູ່ທົ່ວໄປ ແລະ ອາກາດຍັງຈະຮ້ອນເອົ້າຫລາຍ ຢູ່ແຂວງພາກກາງ ແລະ ພາກໃຕ້ ພ້ອມມີໝອກແຫ້ງປົກຫຸ້ມ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກໃນລະດັບປານກາງ ພ້ອມຈະມີໝາກເຫັບຕົກ, ຟ້າຜ່າ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນ ເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທຸກພາກສ່ວນໃຫ້ມີສະຕິລະມັດລະວັງຕໍ່ສະພາບອາກາດຮ້າຍແຮງ ທີ່ອາດຈະເກີດຂື້ນ, ເຊິ່ງຈະເຮັດໃຫ້ມີຕົ້ນໄມ້ໃຫຍ່, ເສົາໄຟ້ຟ້າ, ປ້າຍໂຄສະນາ ແລະ ສິ່ງທີ່ປຸກສ້າງບໍ່ໄດ້ມາດຕະຖານຫັກລົ້ມ ແລະ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດເປັນປະຈຳ.

 

ຮຽບຮຽງຂ່າວ: ພຸດສະດີ

ແຫຼ່ງຂໍ້ມູນ: ກົມອຸຕຸນິຍົມ ແລະ ອຸທົກກະສາດ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...