spot_img
Homeຂ່າວສັ້ນແຈ້ງຂ່າວມໍລະນະພາບ

ແຈ້ງຂ່າວມໍລະນະພາບ

Published on

ພວກຂ້າພະເຈົ້າ ຄອບຄົວທ່ານ ພັນໂທຖາວອນ ລໍວັນໄຊ, ຄອບຄົວທ້າວ ຄຳຫຼ້າ ລໍວັນໄຊ, ຄອບຄົວທ່ານ ຊຽງນ້ອຍ ລໍວັນໄຊ ພ້ອມດ້ວຍຍາດຕິພີ່ນ້ອງ ອອກໂຕນຍາດຍົມ ບ້ານໂພນສະຫວາດ ເມືອງບໍລິຄັນ ແຂວງບໍລິຄຳໄຊ.

ຂໍແຈ້ງຂ່າວຄວາມເສົ້າສະຫຼົດໃຈມາຍັງຍາດຕິພີ່ນ້ອງ ແລະອອກໂຕນຍາດໂຍມຜູ້ຢູ່ໃກ້ແລະຢູ່ໄກ ຊາບທົ່ວເຖິງກັນວ່າ: ຍາພໍ່ ສາຍຄຳ ລໍວັນໄຊ ເຈົ້າອະທິການວັດປ່າ ຜານາງຮ້ອງ (ຫຼັກຊາວ) ເມືອງຄຳເກີດ ແຂວງບໍລິຄຳໄຊ ເກີດເມື່ອວັນທີ 20 ພຶດສະພາ 1932 ຜູ້ເປັນພໍ່, ເປັນປູ່, ເປັນລຸງ ຂອງພວກຂ້າພະເຈົ້າ ໄດ້ເຖິງແກ່ມໍລະນະພາບແລ້ວ ໃນວັນທີ 21 ມິຖຸນາ 2017 ລວມອາຍຸໄດ້ 85 ປີ (ບວດໄດ້ 27 ພັນສາ).

ປັດຈຸບັນສະລີລະຂອງເພິ່ນ ໄດ້ຕັ້ງບຳເພັນກຸສົນຢູ່ທີ່ ວັດບ້ານໂພນສະຫວາດ ເມືອງບໍລິຄັນ ແຂວງບໍລິຄຳໄຊ. ມື້ຊາປະນະກິດ ແມ່ນມື້ຂຶ້ນ 6 ຄ່ຳ ເດືອແປດລາວ ເຊິ່ງກົງກັບວັນທີ 29 ມິຖຸນາ 2017 ເວລາ 14:00 ເຄື່ອນສົບອອກຈາກວັດແລະເລິ່ມວາງເພີງເຢັນ ຈົນຮອດເວລາ 18:00 ຂອງວັນດຽວກັນ ຈະມີພິທີວາງເພີງຮ້ອນ.

ວັນທີ 30 ມິຖຸນາ 2017 ເປັນມື້ຫ້າງຫາກະກຽມແຕ່ງເຄື່ອງທານ, ວັນທີ 1 ກໍລະກົດ 2017 ເປັນມື້ເຮັດບຸນໃສ່ບາດ ຖວາຍສັງຄະທານ.

ດັ່ງນັ້ນ, ຈຶ່ງແຈ້ງມາເພື່ອຊາບທົ່ວເຖິງກັນ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...