spot_img
Homeຂ່າວພາຍ​ໃນແຈ້ງການເລື່ອງ: ການສົມທຽບລາຄາຮັບເຫມົາ ເພື່ອກໍ່ສ້າງສະໜາມຝຶກຊ້ອມເຕະບານ.

ແຈ້ງການເລື່ອງ: ການສົມທຽບລາຄາຮັບເຫມົາ ເພື່ອກໍ່ສ້າງສະໜາມຝຶກຊ້ອມເຕະບານ.

Published on

ປະກາດແຈ້ງການເຂົ້າຮ່ວມສົມທຽບລາຄາ

ເຖິງ: ບັນດາ ບໍລິສັດຮັບເຫມົາກໍ່ສ້າງຕ່າງໆພາຍໃນ ສປປ ລາວ
ເລື່ອງ: ການສົມທຽບລາຄາຮັບເຫມົາ ເພື່ອກໍ່ສ້າງສະໜາມຝຶກຊ້ອມເຕະບານ.

ສະຫະພັນບານເຕະແຫ່ງຊາດລາວຂໍຖືເປັນກຽດຮຽນມາຍັງບັນດາ ບໍລິສັດຮັບເຫມົາກໍ່ສ້າງພາຍໃນ ສປປ ລາວ ທີ່ມີຈຸດປະສົງເຂົ້າຮ່ວມສົມທຽບລາຄາໃນການກໍ່ສ້າງສະຫນາມຝຶກຊ້ອມເຕະບານທີ່ສະຫນາມກິລາ ຫລັກ 16 ດັ່ງລາຍລະອຽດມີຕໍ່ໄປນີ້:
ກ. ເງື່ອນໄຂຕ່າງໆຂອງບໍລິສັດທີ່ຈະເຂົ້າຮ່ວມໂຄງການຕ້ອງມີຄື:

1) ຕ້ອງເປັນບໍລິສັດທີ່ມີທະບຽນຖືກຕ້ອງຕາມກົດຫມາຍ
2) ມີໃບທະບຽນດຳເນີນທຸລະກິດກ່ຽວກັບການກໍ່ສ້າງ
3) ມີຖານະທາງດ້ານການເງິນດີ
4) ມີພື້ນຖານ ແລະ ປະສົບປະການໃນການກໍ່ສ້າງບໍ່ຕ່ຳກ່ວາ 5 ປີ
5) ເຄີຍໄດ້ຮັບເໝົາໂຄງການທີ່ມີລັກສະນະຄ້າຍຄຽງກັນມາກ່ອນ.

ຂ. ກໍານົດເວລາ ມາຊື້ຊອງສົມທຽບລາຄາແມ່ນເລີ່ມແຕ່ວັນທີ 12/09/2016 ຫາ ວັນທີ 23/09/2016 ຕາມໂມງລັດຖະການ.
ຄ. ກໍານົດເອົາ ວັນທີ 26/09/2016 ເປັນມື້ລົງກວດສະໜາມ ແລະ ຕອບຄໍາຖາມຜູ້ເຂົ້າຮ່ວມສົມທຽບລາຄາ.
ງ. ກໍານົດເວລາ ສົ່ງຊອງສົມທຽບລາຄາ ແລະ ເປີດຊອງແມ່ນ ເວລາ 15:00 ໂມງຂອງວັນທີ 14/10/2016 ທີ່ ຫ້ອງປະຊຸມ
ສຕລ ຊັ້ນ 3.
ຈ. ມື້ປະກາດຜົນແມ່ນກໍານົດເອົາກ່ອນ ວັນທີ 11/11/2016

ດັ່ງນັ້ນ, ຈຶ່ງແຈ້ງມາຍັງບໍລິສັດກໍ່ສ້າງທີ່ມີຄວາມສົນໃຈເຂົ້າຮ່ວມ ການສົມທຽບລາຄາໃຫ້ເຂົ້າມາພົວພັນເອົາຂໍ້ມູນການກໍ່ສ້າງຢູ່ຫ້ອງການສະຫະພັນ ບານເຕະແຫ່ງຊາດລາວ, ບ້ານຫ້ວຍຫົງ, ເມືອງ ຈັນທະບູລີ, ນະຄອນຫລວງວຽງຈັນ ກັບ ທ່ານ ໝື່ນ ວົງຈຽງຄໍາ ໂທ: +85621 562621, ມືຖື 0205522386, Email: contact@laoff.org.la ຕາມວັນ ແລະ ເວລາຂ້າງເທິງນີ້.

 

ຂ່າວຈາກ: ສະຫະພັນບານເຕະແຫ່ງຊາດລາວ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...