spot_img
Homeຂ່າວພາຍ​ໃນແຈ້ງການຈາກກະຊວງຖະແຫຼງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ ໃຫ້ປິດສະຖານບັນເທິງ ແລະ ຫ້າມຈັດງານສ້າງສັນຕ່າງໆທີ່ມີຄົນເຕົ້າໂຮມຫຼາຍ !!

ແຈ້ງການຈາກກະຊວງຖະແຫຼງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ ໃຫ້ປິດສະຖານບັນເທິງ ແລະ ຫ້າມຈັດງານສ້າງສັນຕ່າງໆທີ່ມີຄົນເຕົ້າໂຮມຫຼາຍ !!

Published on

ກະຊວງຖະແຫຼງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ ໄດ້ອອກແຈ້ງການໃຫ້ປິດສະຖານທີ່ບັນເທິງ, ຮ້ານຄາລາໂອເກະ, ຮ້ານກິນດື່ມ ແລະ ຫ້າມຈັດງານລ້ຽງໃນງານດອງ, ງານພົບປະສ້າງສັນ ທີ່ເຕົ້າໂຮມຄົນຫຼາຍນັບແຕ່ວັນທີ 14-30 ເມສາ 2021 ເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍເນື້ອໃນແຈ້ງການມີດັ່ງນີ້:

1. ໃຫ້ປິດຊົ່ວຄາວສະຖານທີ່ບັນເທີງ, ຮ້ານຄາລາໂອເກະ, ຮ້ານກິນດື່ມ ແລະ ຫ້າມຈັດງານລ້ຽງໃນງານດອງ, ງານພົບປະສ້າງສັນທີ່ເຕົ້າໂຮມຄົນຫຼາຍ. ນັບແຕ່ວັນທີ 14-30 ເມສາ 2021. ສຳລັບການຈັດງານດອງແມ່ນໃຫ້ຈັດຕາມປະເພນີອັນດີງາມແບບຄອບຄົວເທົ່ານັ້ນ.

2. ໃຫ້ພະແນກ ຖວທ ນະຄອນຫຼວງວຽງຈັນ, ແຂວງ ເປັນເຈົ້າການປະສານສົມທົບກັບກຳລັງປ້ອງກັນຄວາມສະຫງົບ ແລະຄະນະສະເພາະກິດນະຄອນຫຼວງ, ແຂວງ ເພື່ອຈັດຕັ້ງການເຄື່ອນໄຫວຕິດຕາມກວດກາຮ້ານບັນເທີງ, ຄາລາໂອເກະ, ຮ້ານກິນດື່ມແລະ ສະຖານທີ່ຈັດງານດອງ ຢ່າງເຂັ້ມງວດ.

3. ໃນກໍລະນີກວດພົບຜູ້ລະເມີດຕໍ່ແຈ້ງການ ຄັ້ງທຳອິດໃຫ້ກ່າວເຕືອນ ພ້ອມທັງເຮັດບົດບັນທຶກໄວ້ເປັນຫຼັກຖານ. ຫາກຍັງສືບຕໍ່ລະເມີດຕື່ມອີກ ແມ່ນໃຫ້ປິດທະບຽນ, ໃຫ້ປິດກິດຈະການ ພ້ອມທັງປັບໃໝຕາມລະບຽບການ.

4. ສ່ວນມາດຕະການດ້ານອື່ນໆ ທີ່ກ່ຽວຂ້ອງແມ່ນໃຫ້ປະຕິບັດຕາມແຈ້ງການຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແລະ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...