spot_img
Homeແຈ້ງການແຈ້ງການກ່ຽວກັບການເອົາໃຈໃສ່ຕິດຕາມເຝົ້າລະວັງ ແລະ ປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການລະບາດຂອງ ພະຍາດຫມາກສຸກລີງ

ແຈ້ງການກ່ຽວກັບການເອົາໃຈໃສ່ຕິດຕາມເຝົ້າລະວັງ ແລະ ປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການລະບາດຂອງ ພະຍາດຫມາກສຸກລີງ

Published on

ກະຊວງສາທາລະນະສຸກ ອອກຫນັງສືແຈ້ງການກ່ຽວກັບການເອົາໃຈໃສ່ຕິດຕາມເຝົ້າລະວັງ ແລະ ປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການລະບາດຂອງ ພະຍາດຫມາກສຸກລີງ Monkey Pox (Mpox) ໃນ ສປປ ລາວ.


ອີງຕາມ ດໍາລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງສາທາລະນະສຸກ ສະບັບເລກທີ 570/ ນຍ ລົງວັນທີ 16 ກັນຍາ 2021;
ອີງຕາມ ມີການຢັ້ງຢືນກໍລະນີຕິດເຊື້ອພະຍາດຫມາກສຸກລີງກໍລະນີທໍາອິດໃນ ສປປ ລາວ ຄັ້ງວັນທີ 8 ກັນຍາ 2023
ອີງຕາມ ທິດຊີ້ນໍາຂອງທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ, ຄັ້ງວັນທີ 15 ກັນຍາ 2023;

ເນື່ອງຈາກວ່າ ປັດຈຸບັນມີການຢັ້ງຢືນກໍລະນີຕິດເຊື້ອພະຍາດຫມາກສຸກລີງ ກໍລະນີທໍາອິດ ຢູ່ໃນ ສປປ ລາວ; ເຊິ່ງ ຜູ້ກ່ຽວມີປະຫວັດການຕິດເຊື້ອມາຈາກປະເທດໃກ້ຄຽງ, ສົມທົບກັບ ມີການເດີນທາງເຂົ້າ-ອອກ ຂອງປະຊາຊົນລາວ ແລະ ບັນດານັກທ່ອງທ່ຽວຈາກປະເທດໃກ້ຄຽງ, ບັນດາປະເທດທີ່ມີການລາຍງານຕົວເລກການຕິດເຊື້ອພະຍາດຫມາກສຸກ ລີງ, ເຮັດໃຫ້ ສປປ ລາວ ມີຄວາມສ່ຽງທີ່ອາດຈະພົບກໍລະນີນໍາເຂົ້າ ແລະ ຕິດເຊື້ອໃນປະເທດເພີ່ມຂື້ນໃນຕໍ່ຫນ້າ.

ກະຊວງສາທາລະນະສຸກ ຈຶ່ງແຈ້ງມາຍັງ ທ່ານຫົວຫນ້າຮອງພະແນກສາທາລະນະສຸກແຂວງ ແລະ ນະຄອນຫຼວງ ວຽງຈັນ ເພີ່ມທະວີເອົາໃຈໃສ່ໃນການຕິດຕາມເຝົ້າລະວັງ, ການປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການ ລະບາດຂອງພະຍາດຫມາກສຸກລີງ (Monkey Pox) ໃນກຸ່ມຜູ້ໂດຍສານທີ່ເດີນທາງເຂົ້າ ສປປ ລາວ, ໂດຍສະເພາະ ແຂວງທີ່ມີຊາຍແດນຕິດກັບປະເທດທີ່ມີກໍລະນີການລາຍງານການຕິດເຊື້ອ ດັ່ງລຸ່ມນີ້ :
1. ມອບໃຫ້ແຕ່ລະແຂວງ, ນະຄອນຫຼວງປະເມີນຄວາມສ່ຽງໃນເບື້ອງຕົ້ນຂອງແຂວງຕົນ ແລະ ກໍານົດທິດທາງການ ກະກຽມຄວາມພ້ອມໃນການປ້ອງກັນ ແລະ ໂຕ້ຕອບໃນການຮັບມືຖ້າມີກໍລະນີເກີດຂຶ້ນໃຫມ່;
2. ຊີ້ນໍາໃຫ້ໂຮງຫມໍແຂວງ, ເມືອງ ແລະ ສະຖານທີ່ບໍລິການສາທາລະນະສຸກລວມທັງຫ້ອງກວດພະຍາດເອກະຊົນ ທຸກ ຂັ້ນ ເພີ່ມທະວີຄວາມເອົາໃຈ ເຝົ້າລະວັງຫມວດອາການໄຂ້ ແລະ ອອກຕຸ່ມ, ຖ້າພົບກໍລະນີສົງໄສ ແມ່ນໃຫ້ລາຍງານ ແລະ ເກັບຕົວຢ່າງສົ່ງມາກວດຢັ້ງຢືນ ຢູ່ສູນວິເຄາະ ລະບາດວິທະຍາແຫ່ງຊາດ ຢ່າງຮີບດ່ວນທີ່ສຸດ;
3. ກວດກາຄວາມພ້ອມດ້ານຫ້ອງວິເຄາະຂອງແຂວງ ແລະ ອຸປະກອນເກັບຕົວຢ່າງ ເພື່ອກວດວິເຄາະຢັ້ງຢືນ ແລະ ແຈ້ງ ຜົນການກວດການຕິດເຊື້ອພະຍາດຫມາກສຸກລີງໃຫ້ໄດ້ໄວ ແລະ ຮັບປະກັນ ຄວາມຖືກຕ້ອງ;
4. ກະກຽມຄວມພ້ອມ ແລະ ສະຫນອງອຸປະກອນການປິ່ນປົວ, ການປ້ອງກັນຕົນເອງ ແລະ ການເກັບຕົວຢ່າງ, ໂດຍ ສະເພາະ ແຂວງທີ່ມີດ່ານສາກົນ ແລະ ແຂວງທີ່ມີຄວາມສ່ຽງ;
5. ເອົາໃຈໃສ່ໃນການໂຄສະນາສຸຂະສຶກສາແກ່ ພໍ່ແມ່ປະຊາຊົນ ໃຫ້ທົ່ວເຖິງ ເພື່ອໃຫ້ຮັບຮູ້ ແລະ ເຂົ້າໃຈ ເຖິງຜົນຮ້າຍ ແລະ ວິທີປ້ອງກັນໂຕເອງ ຈາກພະຍາດຫມາກສຸກລີງ.
ດັ່ງນັ້ນ,ຈຶ່ງໄດ້ແຈ້ງມາຍັງທ່ານເພື່ອຊາບ ແລະ ປະຕິບັດຕາມແຈ້ງການສະບັບນີ້ຢ່າງເຂັ້ມງວດ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...