spot_img
Homeປະເພນີ-ວັດທະນະທຳແຂ່ງຕີກອງຂັນ ວັນອອກພັນສາ ປະເພນີທີ່ຄວນຮັກສາໄວ້

ແຂ່ງຕີກອງຂັນ ວັນອອກພັນສາ ປະເພນີທີ່ຄວນຮັກສາໄວ້

Published on

ຈົວນ້ອຍເສັງຕີກອງຂັນ ທີ່ວັດຊຽງທອງ ບຸນອອກພັນສາໄຫລເຮືອໄຟ (ປະຈຸບັນ ການເສັງຕີກອງຂັນໃນບຸນໄຫລເຮືອໄຟຂອງເມືອງຫລວງພຣະບາງ ແມ່ນບໍ່ມີແລ້ວ ຫນ້າຈະຮືຟື້ນຮີດແບບນີ້ຂຶ້ນມາໃຫມ່ ຄົງຈະດີ ໃນການອະນຸລັກແລະທີ່ສຳຄັນສົ່ງເສີມການທ່ຽວທ່ອງຂອງແຂວງຫລວງພຣະບາງໄປອີກທາງຫນຶ່ງ ໄດ້ທາງວັດທະນະທັມ ໄດ້ທາງການທ່ອງທ່ຽວພ້ອມ ມີແຕ່ໄດ້ກັບໄດ້ ບົດຄວາມນີ້ຫນ້າຈະເຖິງຜູ້ທີອຳນາດໃນການອະນຸລັກວັດທະນະທັມຂອງຫລວງພຣະບາງເນາະ)

ບຸນປະຈຳເດືອນ11ຕາມຮີດ 12 ຂອງລາວ ກໍ່ແມ່ນ ປະວໍລະນາອອກພັນສາຫຼືວັດສາ ຫຼັງຈາກທີ່ພະພິກຂຸສົງສີ້ນສຸດການຈຳພັນສາຢູ່ກັບວັດໂດຍ ບໍ່ຈາກໄປຄ້າງຄືນຢູ່ວັດອື່ນ ເປັນເວລາສາມເດືອນ ຕັ້ງແຕ່ ວັນເພັງເດືອນ 8 ຮອດ ວັນເພັງ ເດືອນ 11 ຂອງທຸກໆປີ.

ໃນມື້ບຸນອອກພັນສານີ້ ທຸກວັດມີການທຸນ ໃສ່ບາດ ຢາດນ້ຳ ຮັກສາສິນຟັງທຳເທສະໜາຖວາຍ ສັງຄະທານ ແລະ ຖວາຍ ໄຕຣຈີວອນ ຖວາຍຜ້າອາບນ້ຳຝົນແກ່ພະພິກຂຸສົງ ມີພິທີປະວໍລະຣະນາ ລະຫວ່າງພະພິກຂຸສົງ ຄືປົງອາບັຕ ໃຫ້ອະໂຫສີກັມ ແກ່ກັນ ແລະ ກັນ ໃນສິ່ງທີ່ຜິດພາດ ຕະຫຼອດ ສາມໄຕຣມາສ ຄື ສາມເດືອນໄລຍະເຂົ້າພັນສານັ້ນ ຕອນແລງຄ່ຳທຸກວັນມີການປະດັບປະດາ ໄຕ້ໂຄມໄຟ ໄຕ້ຜາງປະທີບຫຼາຍອັນຕາມຕ້າຍວັດ ຫຼືຕາມຕີນພະທາດ ມີການໄຫຼເຮືອໄຟ ຊ່ວງເຮືອ ແລະ ເສັງກອງຂັນຫຼືກອງຫາງ.

ຜາງປະທີບນັ້ນ ສະໄໝກ່ອນດຶກດຳບັນຜ່ານມາເພິ່ນໃຊ້ດິນປັ້ນເປັນຖ້ວຍນ້ອຍໆຕາກແດດໃຫ້ແຫ້ງແລ້ວເຜົາແບບເຜົາໝໍ້ດິນ ໃຊ້ຝ້າຍຝັ້ນເປັນຍ່ອມຕີນກາ ສຳລັບເຮັດໄສ້ປະທີບ ສ່ວນນ້ຳມັນສຳລັບໄຕ້ນັ້ນ ກໍ່ມີນ້ຳມັນໝາກເຍົາ ນ້ຳມັນໝາກແຕກ.

ບຸນປະຈຳເດືອນ11 ທີ່ສຳຄັນອີກອັນໜຶ່ງ ກໍ່ແມ່ນບຸນກະຖິນ ມີກາຍທອດກະຖິນ ວັດບ້ານໃຕ້ ບ້ານເໜືອນຕາມປະເພນີ .(ຮູບນີ້ແມ່ນອ້າຍຈົວນ້ອຍ ເຈົ້າຫົວນ້ອຍ ຫລືເນນ ກຳລັງຕີກອງຫາງ ຫລືກອງຂັນເສັງກັນ ທີວັດຊຽງທອງ ຫລວງພຣະບາງ )

ຂໍ້ມູນຈາກ:​ ວັດຊຽງທອງ ຣາຊະວໍຣະວິຫາຣ

ທີ່ມາ: http://www.pakaad.com/2016/10/blog-post_15.html

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...