spot_img
Homeຂ່າວທ້ອງຖິ່ນແຂວງຫລວງພະບາງ ທຳລາຍສິນຄ້າໝົດອາຍຸການນຳໃຊ້

ແຂວງຫລວງພະບາງ ທຳລາຍສິນຄ້າໝົດອາຍຸການນຳໃຊ້

Published on

DSC_0464 .02.7.15.9

ຂປລ. ວັນທີ 2 ເດືອນນີ້, ດຣບົວຄົງ ນາມມະວົງ ຮອງເຈົ້າແຂວງຫລວງພະາງ, ທ່ານ ສົມພົງ ປຣະດີຈິດ ຫົວໜ້າ ພະແນກອຸດສາຫະກຳ ແລະ ການຄ້າພ້ອມດ້ວຍຜູ້ ຕາງໜ້າຂະ ແໜງການກ່ຽວຂ້ອງ ແລະ ຜູ້ປະກອບ ການທຸລະກິດໄດ້ເຂົ້າຮ່ວມທຳລາຍສິນຄ້າປະເພດຢາສູບນອກລະບົບ ແລະ ສີນຄ້າທີ່ໝົດອາຍຸການນຳໃຊ້ຫລັງເຈົ້າໜ້າທີ່ຂະແໜງ ການຄ້າພາຍໃນສົມທົບ ກັບພະແນກ ຕຳ ຫລວດເສດຖະກິດຂອງແຂວງກວດກາ ແລະ  ຢຶດໄດ້ແຕ່ຕົ້ນເດືອນກຸມພາ ຫາ ທ້າຍເດືອນພຶດສະພາຜ່ານມາ.

ສິນຄ້າທີ່ທຳລາຍສ່ວນຫລາຍແມ່ນຢາສູບນຳເຂົ້າໂດຍບໍ່ເສຍພາສີ ທັງບໍ່ມີຄຳເຕືອນຕໍ່ສຸຂະພາບຢູ່ຮ້ານຂາຍເຄື່ອງຍ່ອຍ 21 ຮ້ານ ແລະ ຍຶດໄດ້ 319 ຕຸດໂດຍມີມູນຄ່າກວ່າ 60 ລ້ານກີບ,  ສ່ວນສິນຄ້າທີ່ ໝົດອາຍຸໄດ້ກວດພົບຢູ່ 25 ຮ້ານ, 13 ລາຍການເຊ່ິງສ່ວນຫລາຍແມ່ນເຄື່ອງດື່ມ, ໝີ່ສຳເລັດຮູບແລະອື່ນໆມູນຄ່າກວ່າ18ລ້ານກີບ. ຮອງເຈົ້າແຂວງຫລວງພະບາງ ໄດ້ສະແດງຄວາມຊົມເຊີຍ ທີ່ພາກສ່ວນກ່ຽວຂ້ອງພ້ອມກັນກວດກາສິນຄ້າເຫລົ່ານີ້ ເຊິ່ງເປັນອີກຜົນງານໜຶ່ງທີ່ປະກອບສ່ວນແກ້ໄຂສະພາບການລັກລອບນຳເຂົົ້າ ແລະ ທີ່ສຳຄັນ ຈະເຮັດໃຫ້ທຸກຄົນຢູ່ແຂວງຂອງຕົນ ຫລີກເວັ້ນການບໍລິໂພກສິນຄ້າທີ່ໝົດອາຍຸນຳໃຊ້.  ແນວໃດກໍດີການຈຳໜ່າຍ ແລະ ນຳເຂົ້າສິນຄ້າຈາກຕ່າງປະເທດຢູ່ປະເທດ ເຮົາຍັງ ສ່ຽງຫລາຍດ້ານໂດຍສະເພາະຕໍ່ສຸຂະພາບຂອງຜູ້ບໍລິໂພກ ເຊ່ິງທຸກຄົນຕ້ອງເປັນເຈົ້າການຕິດຕາມການຈຳໜ່າຍສິນຄ້າ ຢູ່ຮ້ານຂາຍເຄື່ອງຕ່າງໆ ໂດຍໃຫ້ເບ່ິງຢ່າງລະອຽດ ໂດຍສະເພາະອາຍຸ ການ ນຳໃຊ້,  ຂະນະທີ່ພາກສ່ວນກ່ຽວຂ້ອງຕ້ອງໄດ້ສືບຕໍ່ຕິດຕາມ ແລະ ກວດກາໃຫ້ລະອຽດຕື່ມເພື່ອຈຳກັດການຄ້າຂາຍ ສິນຄ້າທີ່ໝົດອາຍຸການນຳໃຊ້ໃຫ້ໝົດໄປ.

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...