spot_img
Homeຂ່າວທ້ອງຖິ່ນແຂວງວຽງຈັນຈັບພະນັກງານລັດ ລັກຂາຍຊັບສິນຂອງລັດ 57 ຄົນ

ແຂວງວຽງຈັນຈັບພະນັກງານລັດ ລັກຂາຍຊັບສິນຂອງລັດ 57 ຄົນ

Published on

10672360_1447785698871513_1606036613282847540_n
ຂ່າວສານປະເທດລາວແຈ້ງວ່າ ເຈົ້າຫນ້າທີ່ກວດກາແຂວງວຽງຈັນໄດ້ເປີດເຜີຍໃນວັນທີ 4 ມິຖູນາ 2015 ວ່າ: ໃນປີ 2014 ທີ່ຜ່ານມານີ້ ລົງກວດກາ ແລະ ສົມທົບກັບພາກ ສ່ວນກ່ຽວຂ້ອງໃນການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມໂດຍສະເພາະເຈົ້າໜ້າທີ່ກ່ຽວຂ້ອງສາມາດກວດເຫັນ ແລະ ໄດ້ຕັດສິນຕໍ່ຜູ້ກະທຳຜິດຈຳນວນ 57 ຄົນໃນຂໍ້ຫາຊື້-ຂາຍຊັບຂອງລັດຜິດກົດຫມາຍ ຢູ່ເມືອງໂພນໂຮງ ແລະ ການຊື້-ຂາຍດິນທີ່ບໍ່ຖືກຕ້ອງຢູ່ເມືອງຫີນເຫີບ ແລະ ເກັບກູ້ເງິນຄືນໄດ້ແລ້ວເກືອບ 700 ລ້ານກີບໃນຈຳນວນມູນຄ່າການຊື້ຂາຍດິນ 1.733 ລ້ານກວ່າກີບ.
ທ່ານ ບຸນເພັງ ສາຍນໍລະດີ ຄະນະປະຈຳພັກແຂວງ, ປະທານກວດກາພັກທັງເປັນຫົວຫນ້າພະແນກກວດກາລັດແຂວງວຽງຈັນໄດ້ລາຍງານຕໍ່ກອງປະຊຸມກວດກາປະຈຳປີ 2014 ວ່າ: ໃນ ປີ 2014 ທີ່ຜ່ານມານັ້ນ ເຈົ້າຫນ້າທີ່ກວດກາແຂວງວຽງຈັນໄດ້ເອົາໃຈໃສ່ຕິດຕາມ ແລະ ກວດກາການປະຕິບັດຄຳຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດຕໍ່ຜູ້ກຳຜິດ 57 ຄົນໃນຂໍ້ຫາຊື້-ຂາຍຊັບຂອງລັດຢູ່ເມືອງໂພນໂຮງ ແລະ ຕິດຕາມກວດກາການຕັດສິນຂອງສານຕໍ່ຜູ້ກະທຳຜິດທີ່ພົວພັນກັບການຊື້-ຂາຍດິນຢູ່ເມືອງຫີນເຫີບ(ດິນບໍ່ຖືກຕ້ອງ) ຈຳນວນ 5.228,9 ເຮັກຕາ ເຊິ່ງມີເງິນທີ່ໄດ້ຈາກການຊື້ຂາຍດັ່ງກ່າວ 1.733 ລ້ານກວ່າກີບ ກັບ 55.000 ໂດລາ; ໃນນີ້ເຈົ້າຫນ້າທີ່ເກັບກູ້ຄືນໄດ້ແລ້ວ 689 ລ້ານກີບ ກັບ 2.500ໂດລາຍັງເກັບກູ້ບໍ່ທັນໄດ້ 1.044 ລ້ານກວ່າກີບ ກັບ 33.000 ໂດລາ, ຄຽງຄູ່ກັນນີ້ໄດ້ຈັດຕັ້ງການແຈ້ງຊັບສິນ ແລະລາຍຮັບຂອງພະນັກງງານລັດຖະກອນທົ່ວແຂວງ ເຊິ່ງມີພະນັກງານມາແຈ້ງຊັບສິນທັງຫມົດ10.583ສະຫາຍ ຍິງ1.156 ສະຫາຍ ໃນນີ້ເປັນພະນັກງານຂັ້ນສູນກາງຄຸ້ມຄອງ1.92 8ສະຫາຍ,ຍິງ 618ສະຫາຍ.
ທ່ານ ບຸນເພັງ ສາຍນໍລະດີ ກ່າວອີກວ່າ ຄະນະກວດກາສະເພາະລົດນຳເຂົ້າບໍ່ຖືກຕ້ອງ ແລະ ລົດປ້າຍສີຟ້າທີ່ບໍ່ທັນໄດ້ເສຍພາສີເຊິ່ງໄດ້ລົງກວດ4ເມືອງຄື: ເມືອງຫີນເຫີບພົບລົດໃຫຍ່ 17 ຄັນທີ່ນຳເຂົ້າບໍ່ຖືກຕ້ອງໃນນີ້ໃສ່ປ້າຍສີຟ້າ 3 ຄັນໃນຈຳນວນ 17 ຄັນທີ່ບໍ່ຖືກຕ້ອງຢູ່ຂົງເຂດ ປ.ກ.ສ 15 ຄັນ, ພົບລົດຈັກ 18 ຄັນ, ປະຊາຊົນຄອບຄອບ 3 ຄັນ, ສ່ວນທີ່ເຫລືອແມ່ນພະນັກງານຢູ່ເມືອງເຟືອງພົບ 10 ຄັນ, ໃນນີ້ຢູ່ ປກສ ເມືອງ 6 ຄັນພົບລົດຈັກ 52 ຄັນ ເປັນພະນັກງານລັດ 80%, ຢູ່ເມືອງຫມື່ນພົບລົດໃຫຍ່ 7ຄັນໃນນີ້ ຢູ່ປກສ 4 ຄັນພົບລົດຈັກ 117 ຄັນເປັນພະນັກງານລັດ 50% ແລະ ເມືອງຊະນະຄາມພົບລົດໃຫຍ່ 20 ຄັນໃນນີ້ ຢູ່ປກສ 18 ຄັນ, ລົດຈັກ 657 ຄັນເປັນພະນັກງານຄອບຄອງ 20%, ສ່ວນທີ່ເຫລືອແມ່ນປະຊາຊົນ.

ຂອບໃຈຂ່າວ: ສີຫລວງລາດ
ສຳນັກຂ່າວສານປະເທດລາວ

 

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...