spot_img
Homeຂ່າວພາຍ​ໃນແຂວງຜົ້ງສາລີຄວ້າ 6 ຫຼຽນໃນການແຂ່ງຂັນກິລາລອຍນໍ້າ

ແຂວງຜົ້ງສາລີຄວ້າ 6 ຫຼຽນໃນການແຂ່ງຂັນກິລາລອຍນໍ້າ

Published on

ທີມນັກກິລາພິການລອຍນໍ້າ ແຂວງຜົ້ງສາລີ ສ້າງຜົນງານຢ່າງໜ້າພາກພຸມໃຈດ້ວຍການຄວ້າ 1 ຫຼຽນຄໍາ, 3 ຫຼຽນເງິນ ແລະ 2 ຫຼຽນທອງແດງ ໃນການແຂ່ງຂັນກິລາລອຍນໍ້າ ງານແຂ່ງຂັນກິລາຄົນພິການທົ່ວປະເທດ ຄັ້ງທີ III ຫຼື ຊຽງຂວາງພາຣາເກມ ທີ່ແຂວງຊຽງຂວາງ ຮັບກຽດເປັນເຈົ້າພາບ.

ພິທີມອບ-ຮັບຫຼຽນລາງວັນການແຂ່ງຂັນກິລາລອຍນໍ້າ ໃນງານແຂ່ງຂັນກິລາຄົນພິການແຫ່ງຊາດ ຄັ້ງທີ III ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 15 ກຸມພາ 2023 ທີ່ພະແນກແຜນການ ແລະ ການລົງທຶນແຂວງຊຽງຂວາງ, ໃຫ້ກຽດເຂົ້າຮ່ວມ ແລະ ມອບໂດຍ ຂອງທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ, ທ່ານ ບົວເງິນ ຫຸມໄຊຍະພົມ ຮອງເຈົ້າແຂວງຊຽງຂວາງ, ທ່ານ ນາງຄໍາສອນ ສີວົງສາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນ, ທ່ານ ສານ ໄຊຍະວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຜົ້ງສາລີ, ທ່ານ ດຣ ນາງ ເກສອນ ສີສົງຄາມ ຫົວໜ້າແພດກວດລະດັບຄວາມພິການ ຂອງນັກກິລາຄົນພິການ, ມີບັນດາຄະນະນຳ, ຄູຝຶກ, ກໍາມະການຕັດສິນ ແລະ ນັກກິລາຈາກ 9 ແຂວງ, 1 ນະຄອນຫຼວງວຽງຈັນເຂົ້າຮ່ວມເປັນສັກຂີພິຍານ.

ການແຂ່ງຂັນກິລາຄົນພິການປະເພດລອຍນໍ້າລວມມີ 31 ລາຍການ, ຍິງ 6 ລາຍການ ແລະ ມີການຊີງໄຊທັງໝົດ 111 ຫຼຽນ; ໃນນັ້ນ ມີ 37 ຫຼຽນຄໍາ, 37 ຫຼຽນເງິນ, 37 ຫຼຽນທອງແດງ. ໃນນັ້ນ, ແຂວງຜົ້ງສາລີ ໄດ້ສົ່ງນັກກິລາເຂົ້າແຂ່ງລວມ 3 ຄົນ, ຍິງ 1 ຄົນ, ລົງແຂ່ງ 7 ລາຍການຄື: ລອຍທຳມະດາ 100 ແມັດ 1 ລາຍການ, ລອຍທ່າທຳມະດາ 50 ແມັດ 3 ລາຍການ, ລອຍທ່າກົບ 1 ລາຍການ ແລະ ລອຍທ່າຫງາຍຫຼັງ 2 ລາຍການ. ເຂົ້າຮ່ວມແຂ່ງຂັນ ລະຫວ່າງວັນທີ 5-10 ກຸມພາ 2023. ຜ່ານການແຂ່ງຂັນຕົວຈິງແຂວງຜົ້ງສາລີສາມາດຍາດໄດ້ 1 ຫຼຽນຄໍາ, 3 ຫຼຽນເງິນ, 2 ຫຼຽນ ທອງແດງ, ລວມທັງໝົດມີ 6 ຫຼຽນ.
ນັກກິລາທີ່ເຂົ້າຮ່ວມແຂ່ງຂັນມີ: ທ້າວ ສີວັນສຸກ ເຈັ່ນສຸເຂດ ທີ່ຢູ່ບ້ານປາງຊໍ້ ເມືອງ ແລະ ແຂວງຜົ້ງສາລີ ລົງແຂ່ງຂັນ 4 ລາຍການ ສາມາດຍາດໄດ້ 1 ຫຼຽນຄໍາ, 2 ຫຼຽນເງິນ ແລະ 1 ຫຼຽນທອງແດງ, ຈາກລາຍການທ່າລອຍທຳມະດາ 100 ແມັດ, ທ່າລອຍທຳມະດາ 50 ແມັດ, ທ່າກົບ 50 ແມັດ ແລະ ທ່າຫງາຍຫຼັງ 50 ແມັດ. ນາງພອນທີບ ໄຊຍະເປົາ ທີ່ຢູ່ບ້ານໂພນໄຊ ເມືອງບູນເໜືອ ແຂວງຜົ້ງສາລີ, ລົງແຂ່ງ 1 ລາຍການ ສາມາດຍາດໄດ້ 1 ຫຼຽນເງິນ ຈາກທ່າລອຍທໍາມະດາ 50 ແມັດ ແລະ ທ້າວ ທອງເຫັກ ສີທະວົງ ທີ່ຢູ່ບ້ານສົມບູນ ເມືອງ ແລະ ແຂວງຜົ້ງສາລີ, ລົງແຂ່ງຂັນ 2 ລາຍການສາມາດຍາດໄດ້ 1 ຫຼຽນທອງແດງ ຈາກລາຍການທ່າລອຍທຳມະດາ 50 ແມັດ.

ແຫຼ່ງຂ່າວ: MediaLAOS

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...