spot_img
Homeຂ່າວທ້ອງຖິ່ນແຂວງຊຽງຂວາງ ມອບໃບຕາດິນທໍລະນີສົງ ເນື້ອທີ່ກວ່າ 18 ເຮັກຕາ ໃຫ້ແກ່ ວັດໄຫຫີນ ມີໄຊຍະຣາມ

ແຂວງຊຽງຂວາງ ມອບໃບຕາດິນທໍລະນີສົງ ເນື້ອທີ່ກວ່າ 18 ເຮັກຕາ ໃຫ້ແກ່ ວັດໄຫຫີນ ມີໄຊຍະຣາມ

Published on

ຂປລ. ບຸນມີແສງທຸມມີ ຜູ້ສື່ຂ່າວຈາກແຂວງຊຽງຂວາງ ລາຍງານໃຫ້ຮູ້ວ່າ: ວັນທີ 6 ກັນຍາ2016 ນີ້, ຢູ່ວັດໄຫຫີນມີໄຊຍະຣາມ ໄດ້ມີພິທີມອບຮັບ ໃບຕາດິນລວມໝູ່ທໍລະນີສົງ ວັດໄຫຫີນ ມີໄຊຍະຣາມ ລວມເນື້ອທີ່ກວ່າ 18 ​ເຮັກຕາ ເພື່ອສ້າງວັດໄຫຫີນມີໄຊຍະຣາມ ໃຫ້ມີຄວາມເໝາະສົມ ຖືກຕ້ອງຕາມຮີດຄອງປະເພນີ ເປັນບ່ອນສັກກາລະບູຊາ ທີ່ມີຄວາມສວຍງາມເຊິ່ງກ່າວມອບໂດຍ ທ່ານ ບົວສອນ ສີນວນທອງ ຮອງເຈົ້າແຂວງໆຊຽງຂວາງແລະ ກ່າວຮັບໂດຍ ພະອາຈານ ວັນສົມ ບຸດດາວົງ ປະທານອົງການພຸດທະສາສະໜາສຳພັນລາວ ປະຈຳແຂວງຊຽງຂວາງ.

ໃນໂອກາດນີ້ ກໍໄດ້ປະຕິບັດຕາມຮີດຄອງປະເພນີໂດຍໄດ້ມີການຟັງທຳມະເທດສະໜາ, ​ໃສ່ບາດຢາດນ້ຳ ໂດຍມີການນຳຂອງແຂວງ ພ້ອມຄອບຄົວ, ຫົວໜ້າພະແນກການ, ຫ້ອງການ, ກອງບັນຊາການ, ພະນັກງານ, ນັກທຸລະກິດ, ຊາວຄ້າຂາຍ ຕະຫລອດຮອດ ພໍ່ແມ່ປະຊາຊົນທີ່ຢູ່ໄກ້ຄຽງເຂົ້າຮ່ວມ. ​ໃນການເຮັດບຸນຄັ້ງນີ້ ສາມາດລະດົມທຶນຈາກຜູ້ທີ່ມີຈິດໃຈໃສ່ສັດທາຮ່ວມບໍລິຈາກໄດ້ 20 ລ້ານກ່ວາກີບເຊິ່ງເງິນດັ່ງກ່າວ ຈະນຳໃຊ້ເຂົ້າໃນການສ້ອມແປງສາລາ, ເຮັດສີໜ້າສາລາ, ເພດານ ແລະ ກັນສາດ.

17

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...