spot_img
Homeຂ່າວການສຶກສາແຂວງຈຳປາສັກ ຄັດເລືອກໄດ້ແລ້ວນັກຮຽນເກັ່ງຊັ້ນ ປ.5 ມ.4 ແລະ ມ.7

ແຂວງຈຳປາສັກ ຄັດເລືອກໄດ້ແລ້ວນັກຮຽນເກັ່ງຊັ້ນ ປ.5 ມ.4 ແລະ ມ.7

Published on

ໃນວັນທີ 23 ມີນາ 2016 ພະແນກສຶກສາທິການ ແລະ ກີລາແຂວງຈຳປາສັກ ໄດ້ຈັດການສອບເສັງຄັດເລືອກນັກຮຽນເກັ່ງຊັ້ນ ປ.5 ມ.4 ແລະ ມ.7 ທົ່ວແຂວງ ເຊິ່ງຈັດຂຶ້ນຢູ່ທີ່ໂຮງຮຽນມັດທະຍົມສົມບູນປາກເຊ ເມືອງປາກເຊ ແຂວງຈຳປາສັກ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສີ ພັນທະວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງຈຳປາສັກ ມີຜູ້ອຳນວຍການໂຮງຮຽນອ້ອມຂ້າງ ມີພະນັກງານ ຄູ-ອາຈານ ພໍ່ແມ່ນັກຮຽນເຂົ້າຮ່ວມ.

ການສອບເສັງຄັດເລືອກເອົາໂຕແທນນັກຮຽນເກັ່ງລະດັບແຂວງ ມີນັກຮຽນເກັ່ງທີ່ໄດ້ຜ່ານການຄັດເລືອກລະດັບເມືອງມາແລ້ວສະເພາະຊັ້ນປະຖົມ ໃນ 3 ວິຊາຄື ວິຊາໂລກອ້ອມໂຕ ວິຊາພາສາລາວ ແລະ ວິຊາຄະນິດສາດ ມີນັກສອບເສັງທັງໝົດ 60 ຄົນ ຊັ້ນມັດທະຍົມຕອນຕົ້ນ ແລະ ຕອນປາຍ ມີນັກສອບທັງໝົດ 212 ຄົນ ໃນນີ້ ມັດທະຍົມຕົ້ນ 80 ຄົນ ສອບເສັງໃນ 4 ວິຊາຄື ວິຊາພາສາລາວ-ວັນນະຄະດີ ວິຊາຄະນິດສາດ ວິຊາເຄມີສາດ ແລະ ວິຊາຟິຊິກສາດ ເຊິ່ງແຕ່ລະວິຊາແມ່ນຄັດເລືອກເອົາວິຊາລະ 1 ຄົນເທົ່ານັ້ນ ເພື່ອເຂົ້າຮ່ວມສອບເສັງລະດັບສູນກາງທີ່ນະຄອນຫຼວງວຽງຈັນ ເຊິ່ງຈະຈັດຂື້ນໃນຕໍ່ໜ້ານີ້.

ຜ່ານການສອບເສັງຊັ້ນປະຖົມ ອັນດັບທີ 1 ວິຊາພາສາລາວ ແມ່ນ ນາງ ໂອໄລວັນ ພົມມະໄຊ ມາຈາກເມືອງປາກເຊ ອັນດັບທີ 1 ວິຊາໂລກອ້ອມໂຕ ແມ່ນນາງ ບີ່ນບີ້ ພົມພັກດີ ຈາກເມືອງບາຈຽງ ອັນດັບທີ 1 ວິຊາຄະນິດສາດ ແມ່ນນາງ ສຸກດາວອນ ພັນທະບູລີ ປະຖົມເກົ່າເກິ່ງ ເມືອງໂພນທອງ ຊັ້ນມັດທະຍົມຕອນຕົ້ນ (ມ.4) ອັນດັບທີ 1 ວິຊາຄະນິດສາດ ແມ່ນນາງ ໄກສອນ ອົ້ວວໍລະວົງ ເມືອງຈຳປາສັກ ອັນດັບທີ 1 ວິຊາຟິຊິກສາດ ແມ່ນນາງ ລັດດາພອນ ບົວສີ ຈາກເມືອງປາກເຊ ອັນດັບທີ 1 ວິຊາເຄມີສາດ ແມ່ນນາງ ປາດຖະໜາ ບຸດສະດີ ຈາກເມືອງປາກເຊ ອັນດັບທີ 1 ວິຊາພາສາລາວ-ວັນນະຄະດີ ແມ່ນນາງ ພຸດສະຫວັນ ແກ້ວລັດດາ ຈາກເມືອງຊະນະສົມບູນ ຊັ້ນມັດທະຍົມຕອນປາຍ (ມ.7) ອັນດັບ ທີ 1 ວິຊາຄະນິດສາດ ແມ່ນທ້າວ ພອນປະເສີດ ຄຳພັນພິລາດ ຈາກໂຮງຮຽນ ມ.ປາຍ ພອນສະຫວັນມິດຕະພາບຈຳປາສັກເລີ່ມດົງ ອັນດັບທີ 1 ວິຊາຟິຊິກສາດ ແມ່ນນາງ ທິດທິດາ ສໍປະເສີດ ມ.ປາຍ ພອນສະຫວັນມິດຕະພາບຈຳປາສັກເລີ່ມດົງ ອັນດັບທີ 1 ວິຊາເຄມີສາດ ແມ່ນທ້າວ ສອນໄຊ ໝັ້ນຄົງ ມ.ປາຍ ພອນສະ ຫວັນ ມິດຕະພາບຈຳປາສັກເລີ່ມດົງ ອັນດັບທີ 1 ວິຊາພາສາລາວ-ວັນນະຄະດີ ແມ່ນນາງ ສຸຈິດຕາ ຈັນທະມິດ ຈາກເມືອງປາກເຊ.

ການສອບເສັງຄັ້ງນີ້ ແມ່ນການປະເມີນຜົນການຮຽນ-ການສອນ ຂອງ ຄູ-ອາຈານ ແລະ ນັກຮຽນໃນການສິດສອນຜ່ານມາ ນັກຮຽນມີຄວາມສາມາດເຂົ້າໃຈໜ້ອຍຫຼາຍພຽງໃດຕໍ່ການແກ້ໂຈດບັນຫາຕ່າງໆ ພ້ອມນັ້ນ ກໍເປັນການປັບປຸງວຽກງານການສຶກສາໃນທົ່ວແຂວງເວົ້າຮວມ ເວົ້າສະເພາະກໍແມ່ນໃນລະດັບເມືອງລົງຮອດພື້ນຖານບ່ອນໂຮງຮຽນຕັ້ງຢູ່ ຄູ-ອາຈານ ໄດ້ປະຕິບັດໜ້າທີ່ຂອງຕົນເຕັມເມັດເຕັມໜ່ວຍດີແລ້ວບໍ ຫຼື ຍັງມີສິ່ງໃດທີ່ຂາດຕົກບົກຜ່ອງ ເພື່ອແກ້ໄຂໃຫ້ດີຂຶ້ນໃນຕໍ່ໜ້າ ເຮັດໃຫ້ການສຶກສາ-ກີລາ ບັນລຸເປົ້າໝາຍທີ່ຂັ້ນເທິງວາງອອກ ໃຫ້ປາກົດຜົນເປັນຈິງ.

ສຳລັບນັກຮຽນທີ່ໄດ້ທີ 1-3 ທີ່ມີຄະແນນໃນແຕ່ລະວິຊາບໍ່ຕໍ່າກວ່າ 60 ຄະແນນ ທາງພະແນກສຶກສາທິການ ແລະ ກີລາແຂວງຈຳປາສັກ ຈະໄດ້ມີຂອງຂວັນລາງວັນທຶນການສຶກສາມອບໃຫ້ເປັນສິ່ງຈູງໃຈ ກະຕຸກຊຸກຍູ້ໃຫ້ລູກຫຼານຕັ້ງໃຈຮໍ່າຮຽນໃຫ້ເກັ່ງຂຶ້ນຫຼາຍກວ່າເກົ່າ ອັນດັບທີ 1 ແມ່ນໄດ້ຮັບເງິນ 3.000.000 ກີບ ອັນດັບທີ 2 ແມ່ນ 1.000.000 ກີບ ແລະ ອັນດັບທີ 3 ແມ່ນ 500.000 ກີບ.

 

ແຫລ່ງຂ່າວຈາກ: ວິທະຍຸ-ໂທລະພາບນະຄອນຫຼວງ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...