spot_img
Homeຂ່າວຕ່າງປະເທດແກ໊ສກາກບອນ ທົ່ວໂລກເພີ່ມຂຶ້ນເຖິງຂີດອັນຕະລາຍ

ແກ໊ສກາກບອນ ທົ່ວໂລກເພີ່ມຂຶ້ນເຖິງຂີດອັນຕະລາຍ

Published on

ຄວາມ​ເຂັ້ມ​ຂຸ້ນ​ຂອງ​ແກ໊ສກາກ​ບອນ​ໄດ​ອອກ​ໄຊ​ໃນ​ບັນຍາກາດ​ໂລກ​ທຸບ​ສະຖິຕິ​ໃໝ່ ​ເຖິງ​ຈຸດ​ຂີດ​ອັນຕະລາຍ​ຈາກ​ພູມ​ອາກາດ​ໂລກ​ປ່ຽນ​ແປງ.

     ອົງການ​ອຸຕຸນິຍົມ​ວິທະຍາ​ໂລກ ໜ່ວຍ​ງານ​ໃນ​ສະຫະ​ປະຊາ​ຊາດ​ລະບຸ​ໃນ​ລາຍ​ງານ​ປະຈຳ​ປີ​ວ່າ ​ປະລິມານ​ຄວາມ​ເຂັ້ມ​ຂຸ້ນ​ຂອງ​ແກ໊ສກາບ​ອນ​ໄດ​ອອກ​ໄຊ​ໃນ​ຊັ້ນ​ບັນຍາກາດ​ໂລກ​ໃນ​ປີ 2015 ທີ່​ຜ່ານ​ມາ ມີຄ່າ​ສະ​ເລ່ຍທົ່ວ​ໂລກ 400 ພີ​ພີ​ເອັມ ຊຶ່ງ​ເປັນ​ຕົວ​ເລກ​ທີ່​ສູງ​ເປັນ​ສັນຍາ​ນທີ່​ນ່າວິຕົກ​ກັງວົນ​ວ່າ ​ອຸນຫະພູມປ່ຽນແປງຈາກ​ສີມື​ຂອງ​ມະນຸດ​ຍັງ​ດຳ​ເນີນ​ຕໍ່​ໄປ​ຢ່າງ​ບໍ່​ຢຸດ​ຢັ້ງ. ​ອາຍ​ພິດ​ເຮືອນ​ແກ້ວ​ທີ່​ເປັນ​ຕົວ​ສຳຄັນ​ຂອງ​ອຸນຫະພູມປ່ຽນແປງ​ ທີ່​ເຂັ້ມ​ຂຸ້ນ​​ເຖິງ 400 ພີ​ພີ​ເອັມ​ໃນ​ບາງ​ເດືອນ ​ແລະບາງ​ສະຖານ​ທີ່ ​ແຕ່​ຍັງ​ບໍ່​ເຄີຍ​ມີ​ປະລິມານ​ສະ​ເລ່ຍທົ່ວ​ໂລກ​ຈຸ​ລະດັບ​ນີ້​ມາ​ກ່ອນ, ອັດຕາ​ຄວາມ​ເຂັ້ມຂຸ້ນ​ຂອງ​ແກ໊ສກາກ​ບອນ​ໄດ​ອອກ​ໄຊ​ຍັງ​ໄດ້​ເພີ່ມ​ສູງ​ຂຶ້ນ​ສ້າງ​ສະຖິ​ໃໝ່​ອີກ​ເທື່ອ​ໜຶ່ງ​ໃນ​ປີນີ້ ​ແລະ ຄາດ​ວ່າ​ປະລິມານ​ສະ​ເລ່ຍທົ່ວ​ໂລກ​ຈະ​ບໍ່​ຕໍ່າ​ກວ່າ 400 ພີ​ພີ​ເອັມ​ໄປ​ອີກ​ຫຼາຍ​ຊົ່ວ​ອາຍຸ​ຄົນ.​

ອັດຕາ​ຄວາມ​ເຂັ້ມ​ຂຸ້ນ​ຂອງ​ແກ໊ສກາກ​ບອນ​ໄດ​ອອກ​ໄຊ​ໃນ​ປີ​ທີ່​ຜ່ານ​ມາ​ເພີ່ມ​ສູງ​ຂຶ້ນ ສ່ວນ​ໜຶ່​ງ​ເປັນ​ເພ​າະປາກົດການ​​ເອລນີ​ໂຍທີ່​ຈະ​ເກີດ​ທຸກ 4-5 ປີ ກໍ່​ໃຫ້​ເກີດ​ຄວາມ​ແຫ້ງ​ແລ້ງ ​ແລະ ຫຼຸດ​ຂີດ​ຄວາມ​ສາມາດ​ໃນ​ການ​ດູດ​ຊືມອາຍ​ພິດ​ເຮືອນ​ແກ້ວ​ຊະນິດ​ນີ້​ຂອງ​ຕົ້ນ​ໄມ້, ປ່າ​ໄມ້ ​ແລະ ມະຫາ​ສະໝຸດ ສະ​ນັ້ນ​​ເອລນີ​ໂຍຜ່ານ​ພົ້ນ​ໄປ​ແລ້ວ ​ການປ່ຽນແປງອຸນຫະພູມຍັງ​ຢູ່, ​ແກ໊ສກາກ​ບອນ​ໄດ​ອອກ​ໄຊ​ເກີດ​ຈາກ​ການ​ເຜົາ​ໄໝ້​ເຊື້ອ​ໄຟ​ຟອສຊິ​ລ​ເຊັ່ນ: ຖ່ານ​ຫີນ ​ແລະ ​ແກ໊ສ ເປັນ​ສາຍ​ເຫດ​ຂອງ​ພາວະ​ໂລກ​ຮ້ອນ 76%.

ທີ່ມາ: 

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...