ເຮ​ລິ​ກອບ​ແຕ ທະຫານ​ອິນ​ໂດ ​ຕົກ​ເສຍ​ຊີວິດ 12 ຄົນ

ພົນ​ຕີ ອາ​ກຸສ ​ເຊີ​ຍາ ບັກ​ຕີ ຜູ້​ບັນຊາ​ການ​ທະຫານ​ທ້ອງ​ຖິ່ນ​ຖະ​ແຫຼ​ງວ່າເຮ​ລິ​ກອບ​ແຕທະຫານ​ຕົກ ​ແລະ

​ເກີດລະ​ເບີດ​​ພາ​ໃຫ້​ໄຟໄໝ້​​​ໃນ​ວັນ​ທີ 20 ມີນາ​ທີ່​ຜ່ານ​ມາ ລະຫວ່າງ​ປະຕິບັດ​ການ​ໄລ່​ລ່າ​ນັກຮົບ​ກຸ່ມ​ຕິດ​ອາວຸດ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 12 ຄົນ.

ຖະ​ແຫຼ​ງການ​ລະບຸ​ວ່າ ​​ເຮ​ລິ​ກອບ​​ແຕ ​ເບ​ລ 412-​ເອພີ ຊຶ່ງ​ມີ​ລູກ​ເຮືອ ​ແລະ ທະຫານ 13 ຄົນ ປະສົບ​ເຫດ​ຕົກ​ຫຼັງ​ຈາກ​ບິນ​ຂຶ້ນ​ປະມານ 35 ນາທີ ຈາກ​ເຂດ​ໂປ​ໂຊ ໜ່ວຍ​ກູ້​ໄພ​ພົບ​ຊາກ​ເຮ​ລິ​ກອບ​ແຕ​ໃນ​ສະພາບ​ໄໝ້​ກ້ຽງ​ທາງ​ໝູ່​ບ້ານ​ຄາ​ຊິ​ກູນຊູ ຊຶ່ງ​ເປັນ​ພື້ນ​ທີ່​ຫ່າງ​ໄກ ​ແລະ ນຳ​ຮ່າງ​ຜູ້​ເສຍ​ຊີວິດ​ອອກ​ຈາກ​ເຮືອບິນ​ໄດ້ 12 ຄົນ ຊຶ່ງ​ລວມທັງ​ນາຍ​ທະຫານ​ລະດັບ​ສູງ​ທ້ອງ​ຖິ່ນ​.

ຂະນະ​ນີ້​ກຳລັງ​ຄົ້ນ​ຫາ​ທະຫານ​ອີກ​ຄົນ​ໜຶ່ງ​ທີ່​ສູນຫາຍ ​ແລະ ຍັງ​ບໍ່​ຮູ້​ສາຍ​ເຫດ​ທີ່​ເຮັດ​ໃຫ້​ເຮ​ລິ​ກອບ​ແຕທີ່​ມີ​ອາຍຸ​ການ​ໃຊ້​ງານ 3 ປີ ປະສົບ​ອຸບັດ​ເຫດ​ຕົກ​ຫຼື​ພາຍຸ​ຝົນ​ຮຸນ​ແຮງ​ອາດ​ເປັນສາ​ເຫດ​ສ່ວນໜຶ່ງ(ຕາມ​ຂ່າວ​ຕ່າງປະ​ເທດ).

ແຫລ່ງຂ່າວຈາກ