spot_img
Homeຂ່າວຍົນຕົກເຮືອບິນໂດຍສານຣັດເຊຍ ຂົນ 224 ຊີວິດ ດິ່ງພະສຸທາທີ່ອີຢິບ

ເຮືອບິນໂດຍສານຣັດເຊຍ ຂົນ 224 ຊີວິດ ດິ່ງພະສຸທາທີ່ອີຢິບ

Published on

EyWwB5WU57MYnKOuXogRlUClg3EBVlCjroZJL0r1iepz8M99pLT8Uh

ທາງການອີຢິບຢືນຢັນ ລາຍງານເຮືອບນິນໂດຍສານ ຂອງຣັດເຊຍ ເຊິ່ງມີຜູ້ໂດຍສານຫຼາຍກວ່າ 200 ຄົນ ຕົກລົງທາງຕອນກາງແຫຼມໄຊນາຍ ຂອງອີຢິບ.

ວັນທີ 31 ຕຸລາ 2015 ວານນນີ້ ສຳນັກຂ່າວມີນາຂອງອີຢິບ ລາຍງານວ່າ ເຮືອບິນໂດຍສານລຸ້ນ ແອບັສ A-321 ຂອງສາຍການບິນ ໂຄກາລຶມ ອາເວຍ ຂອງຣັດເຊຍ ມີຜູ້ໂດຍສານ 217 ຄົນ ແລະຈຸບິນອີກ 7 ຄົນ ຕົກລົງບໍລິເວນຕອນກາງຂອງແຫຼມ ໄຊນາຍ ຂອງອີຢິບ ເມື່ອເວລາ 5:51 ນາທີ ຕາມເວລາທ້ອງຖິ່ນ ໂດຍເຮືອບິນລຳດັ່ງກ່າວ ຫາຍຈາກໄປຈາກຈໍຣາດ້າ ໃນເວລາ 23 ນາທີ ຫຼັງເຮືອບິນອອກຈາກສະເໜາມບິນ ໃນເມືອງຊານເມລເຊກ ເຊິ່ງເປັນເມືອງທ່ອງທ່ຽວຍອດນິຍົມ ຂອງນັກທ່ອງທ່ຽວຣັດເຊຍ ທີ່ເດິນທາງຈາກອີຢິບເພື່ອມຸ່ງໜ້າໄປຍັງເມືອງ ເຊນປີເຕີສະເບີກ ຂອງຣັດເຊຍ.

ຫຼ້າສຸດ ນາຍົກລັດຖະມົນຕີຂອງອີຢິບ ໄດ້ອອກມາຢືນຢັນແລ້ວວ່າ ເຮືອບິນລຳດັ່ງກ່າວຕົກລົງທາງຕອນກາງ ຂອງແຫຼມໄຊນາຍແທ້ ແຕ່ຍັງບໍ່ມີການເປີດເຜີຍລາຍລະອຽດເພິ່ມເຕີມ ຂະນະທີ່ເບື້ອງຕົ້ນມີລາຍງານວ່າ ຜູ້ໂດຍສານສ່ວນຫຼາຍໃນເຮືອບິນ ເປັນນັກທ່ອງທ່ຽວຊາວຣັດເຊຍ.

ຂະນະທີ່ເມື່ອເວລາ 16.00 ນາທີ ຜູ້ໃຊ້ງານທະວິດເຕີ ເປີດເຜີຍ ຄລິບວິດີໂອສະຖານະທ່ຽວບິນໂດຍສານຣັດເຊຍ #7K9268 ກ່ອນຂາດການຕິດຕໍ່ ສະແດງໃຫ້ເຫັນວ່າ ເຮືອບິນລຳດັ່ງກ່າວ ກຳລັງບິນຢູ່ເທິງນ່ານຟ້າອີຢິບ ໃກ້ກັບຊາຍແດນອິສຣາແອນ ເພື່ອມຸ່ງໜ້າສູ່ເມືອງເຊັນປີເຕີສະເບີກ ຂະນະຢູ່ໃນລະດັບສູງ 33,500 ຟຸດ ໄດ້ບໍ່ເຖິງ 1 ນາທີ ໄດ້ຕົກລົງມາຢູ່ທີ່ 28,325 ຟຸດ ຢ່າງໄວ ແລະຫາຍໄປຈາກຈໍຣາດ້າໃນທີ່ສຸດ.

ຜູ້ນຳອີຢິບອອກມາຖະແຫຼງຂ່າວລະບຸວ່າ ເຮືອບິນຂອງກອງທັບອີຢິບ ໄດ້ບິນໄປສຳຫຼວດພົບຊາກເຮືອບຍິນລຳນີ້ ບໍລິເວນພື້ນທີ່ຮ່ອມພູ ຂະນະນີ້ລົດໜ່ວຍແພດ 45 ຄັນ ໄດ້ມຸ່ງໜ້າໄປບ່ອນພົບຊາກເຮືອບິນ ເພື່ອລຳລຽງຜູ້ເສຍຊີວິດຫຼືບາດເຈັບ ອອກຈາກຈຸດເກີດເຫດ.

ທ່ຽວບິນ 7K9268 ເປັນທ່ຽວບິນເຊົ່າເໝົາລຳ ມີຜູ້ໂດຍສານແລະຈຸບິນລວມທັງໝົດ 224 ຄົນ ໃນຈຳນວນນີ້ ເປັນເດັກ 17 ຄົນ ຈຸບິນ 7 ຄົນ ເຮືອບິນແອບັດລຳນີ້ ໃຊ້ງານມາເກືອບ 20 ປີ.

12074874_445305692339883_450922016541124806_n 12191419_445305735673212_6277103100368624202_n

ຂອບໃຈຂ່າວຈາກ: ໄທຣັດ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...