ເຮືອບິນສ່ວນຕົວຕົກຢູ່ສະຫະລັດ ນັກປາໄສຊື່ດັງເສຍຊີວິດຄາທີ່ ພ້ອມພັນລະຍາ!

578215-01

 

ເຮືອບິນຂະໜາດນ້ອຍຕົກ ໃນເມືອງບາຮາມາສ ນັກປາໄສຊື່ດັງຂອງສະຫະລັດ ພ້ອມດ້ວຍພັນລະຍາ ເສຍຊີວິດຄາທີ່

ເຈົ້າໜ້າທີ່ກຽມຫາຫລັກຖານຊອກສາເຫດທີ່ແທ້ຈິງ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 10 ພະຈິກນີ້ວ່າ ເກີດອຸບັດເຫດເຮືອບິນສ່ວນຕົວ ຕົກໃນພື້ນທີ່ເມືອງບາ

ຮາມາສ ເຊິ່ງເປັນເຫດໃຫ້ ທ່ານ ໄມລີ ມອນໂຣ ນັກປາໄສສ້າງແຮງບັນດານໃຈຊື່ດັງຂອງຊາວອາເມຣິກາ ແລະ ມີຊື່ສຽງ

ໃນລະດັບໂລກ ເສຍຊີວິດຄາທີ່ພ້ອມດ້ວຍພັນລະຍາ ແລະ ຄົນອື່ນໆອີກ ລວມ 9 ຄົນ ເຊິ່ງເຫດການດັ່ງກ່າວ ເກີດຂຶ້ນ

ໃນເວລາປະມານ 5:00 ໂມງ ຕາມເວລາໃນປະເທດລາວ ຕອນເຊົ້າຂອງມື້ນີ້, ຢ່າງໃດກໍຕາມ ທາງດ້ານລັດຖະມົນຕີການ

ບິນຂອງບາຮາມາສ ໄດ້ຢືນຢັນວ່າ ເກີດການຜິດພາດບາງຢ່າງ ແລະ ເຈົ້າໜ້າທີ່ໄດ້ກຽມຄົ້ນຫາສາເຫດຂອງເຫດການ

ດັ່ງກ່າວໃນມື້ນີ້.