spot_img
Homeຂ່າວຕ່າງປະເທດເຮືອບິນຂັບໄລ່ກອງທັບອີຕາລີ 2 ລຳ ຕຳກັນກາງອາກາດ ນັກບິນ - ຜູ້ຊ່ວຍ 4 ຄົນສູນຫາຍ!

ເຮືອບິນຂັບໄລ່ກອງທັບອີຕາລີ 2 ລຳ ຕຳກັນກາງອາກາດ ນັກບິນ – ຜູ້ຊ່ວຍ 4 ຄົນສູນຫາຍ!

Published on

 

ເຮືອບິນຂັບໄລ່ຂອງກອງທັບອີຕາລີ 2 ລຳ ຕຳກັນເທິງອາກາດ ກ່ອນຕົກລົງໃນເຂດພູສູງທາງພາກຕາເວັນອອກຂອງ

ປະເທດ ເບື້ອງຕົ້ນມີຜູ້ສູນຫາຍ 4 ຄົນ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນມື້ນີ້ (20 ສິງຫາ) ວ່າ ເກີດເຫດເຮືອບິນຂັບໄລ່ ” ທໍນາໂດ ” 2 ລຳ ຈາກຖານທັບ

ເມືອງເກດີ ທາງພາກຕາເວັນຕົກສ່ຽງເໜືອຂອງອີຕາລີ ຕຳກັນກາງອາກາດໃນລະຫວ່າງເຝິກຊ້ອມການບິນ ຫ່າງຈາກ

ເມືອງອັສໂຄລີ ໃນເຂດມາເຊ ທາງພາກຕາເວັນອອກຂອງປະເທດປະມານ 30 ກິໂລແມັດ ກ່ອນຈະຕົກລົງໄປໃນປ່າ ໃນ

ເບື້ອງຕົ້ນແມ່ນເຊື່ອວ່າມີຜູ້ສູນຫາຍ 4 ຄົນ ໄດ້ແກ່ນັກບິນ ແລະ ຜູ້ຊ່ວຍຂອງນັກບິນຂອງເຮືອບິນທັງສອງລຳ.

 

ລາຍງານຂ່າວ ອ້າງຄຳໃຫ້ສຳພາດຂອງ ທ້າວ ຟາບິໂອ ວາເລຣີ ຜູ້ເຫັນເຫດການດັ່ງກ່າວ ຜ່ານສະຖານີໂທລະພາບຊ່ອງ

Sky TG24 ຂອງອີຕາລີວ່າ ເກີດລູກໄຟຂະໜາດໃຫຍ່ລອຍຢູ່ກາງອາກາດປະມານ 5 ວິນາທີ ກ່ອນທີ່ມັນຈະຕົກລົງໄປ

ໃສ່ໜ່ວຍພູ ໃນຂະນະທີ່ຊາວບ້ານໃນໝູ່ບ້ານ ໂອລິບຣາ ແລະ ເວນາຣັອດຕາ ເຊິ່ງຢູ່ໃກ້ໆກັບຈຸດເກີດເຫດກໍໄດ້ເປີດເຜີຍ

ວ່າ ໄດ້ຍິນສຽງລະເບີດກ່ອນທີ່ຈະເກີດໄຟລຸກໄໝ້ໃນປ່າ.

 

ທັງນີ້ ປະຕິບັດການຄົ້ນຫາຜູ້ລອດຊີວິດ ຍັງຄົງດຳເນີນຕໍ່ໄປ ໂດຍເຈົ້າໜ້າທີ່ດັບເພີງ ແລະ ຕຳຫຼວດທ້ອງຖິ່ນເປີດເຜີຍ

ວ່າ ພົບເສດຊາກເຮືອບິນທີ່ຕົກແລ້ວ ໃນຂະນະທີ່ສື່ທ້ອງຖິ່ນລາຍງານວ່າ ມີຜູ້ພົບເຫັນນັກບິນຂອງເຮືອບິນທັງ 2 ລຳ

ດີດໂຕອອກຈາກເຮືອບິນ ແຕ່ລາຍງານນີ້ຍັງບໍ່ທັນໄດ້ຮັບການຢືນຢັນຢ່າງເປັນທາງການເທື່ອ.

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...