spot_img
Homeຂ່າວຕ່າງປະເທດເຮືອນຈຳ (ຄຸກ) ເນເທີແລນ ຂາດນັກໂທດຈົນຕ້ອງທະຍອຍປິດຄຸກເພີ່ມທຸກປີ

ເຮືອນຈຳ (ຄຸກ) ເນເທີແລນ ຂາດນັກໂທດຈົນຕ້ອງທະຍອຍປິດຄຸກເພີ່ມທຸກປີ

Published on

ວັນທີ 10 ພະຈິກ 2016 ທີ່ຜ່ານມາ ເວັບໄຊ໌ບີບີຊີ ລາຍງານຂ່າວ ຄຸກຫຼາຍແຫ່ງທີ່ປະເທດເນເທີແລນກຳລັງຕົກຢູ່ໃນພາວະວິກິດ ຂາດແຄນນັກໂທດຢ່າງໜັກ ຫຼ້າສຸດຈົນຕ້ອງໄດ້ຮັບນັກໂທດຈາກປະເທດນັອກເວມາຂັງເພື່ອເພີ່ມຈຳນວນ

ກ່ອນໜ້ານີ້ ປະເທດ ເນເທີແລນ ມີບັນຫານັກໂທດແອອັດເປັນອັນດັບຕົ້ນໆ ຂອງ ຢຸໂຣບ ແຕ່ໃນຊ່ວງໄລຍະສິບປີທີ່ຜ່ານມາປະກົດວ່າຈຳນວນຄົນທີ່ຕິດຄຸກຫຼຸດລົງເຖິງ 43%

ໂດຍສາເຫດດັ່ງກ່າວ ມາຈາກການປະຕິຮູບລະບົບຄຸກເຊັ່ນ: ການຊ່ວຍນັກໂທດແກ້ໄຂບັນຫາຢ່າງຖືກຈຸດ ຫາກນັກໂທດຕິດຢາເສບຕິດ ນັກໂທດຈະຖືກສົ່ງຕົວໄປບຳບັດ ຫາກນັກໂທດຕິດໜີ້ຈົນກໍ່ເຫດອາດຊະຍາກຳ ຈະສົ່ງນັກໂທດໄປປຶກສາຜູ້ຊ່ຽວຊານດ້ານການຈັດການໜີ້ສິນ ຫາກນັກໂທດມີບັນຫາດ້ານອາລົມ ຈະຖືກສົ່ງໄປເຂົ້າຄອສບຳບັດອາລົມ ນອກຈາກນີ້ ຍັງມີການຊ່ວຍເຫຼືອນັກໂທດໃນການປະກອບອາຊີບເຊັ່ນ: ການເຮັດອາຫານ ເປັນຕົ້ນ

inn

ນອກຈາກນີ້ ຜູ້ທີ່ກະທຳຄວາມຜິດໃນຄະດີເດີມຊ້ຳ ຈະຖືກຈຳຄຸກ 2 ປີ ແລະ ຖືກສົ່ງເຂົ້າຄອສທີ່ວາງໄວ້ ຈົນເຮັດໃຫ້ມີນ້ອຍກວ່າ 10% ທີ່ຈະກະທຳຄວາມຜິດຊ້ຳ ແລະ ກັບເຂົ້າຄຸກໃໝ່ອີກຄັ້ງ

ສຸດທ້າຍ ການທີ່ປະເທດເນເທີແລນບໍ່ມີນັກໂທດ ກໍ່ເຮັດໃຫ້ຄຸກຫຼາຍແຫ່ງທະຍອຍປິດໄປ ໂດຍຫຼາຍໆທີ່ໄດ້ປັບປຸງໃຫ້ເປັນໂຮງແຮມຫຼູ ຮວມເຖິງໂຮງໝໍ ແຕ່ສຳລັບເຮືອນຈຳທີ່ຍັງເປີດຢູ່ ຫຼ້າສຸດພວກເຂົາຕ້ອງຫານັກໂທດເພີ່ມເພື່ອຮັກສາງານເອົາໄວ້ ເຖິງແມ່ນວ່າຈະເປັນການເອົານັກໂທດເຂົ້າຈາກຕ່າງແດນກໍ່ຕາມ ໂດຍສະເພາະນັກໂທດຈາກປະເທດນັອກເວ ທີ່ມາໃຊ້ບໍລິການຝາກນັກໂທດໄວ້ບ່ອນນີ້ເຖິງ 234 ຄົນ

ຂ່າວຈາກ: http://hilight.kapook.com/view/145017
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...