spot_img
Homeຂ່າວຕ່າງປະເທດເຮືອກຳປັ່ນຫຼົ້ມໃນທະເລຈີນໃຕ້

ເຮືອກຳປັ່ນຫຼົ້ມໃນທະເລຈີນໃຕ້

Published on

ເຈົ້າໜ້າທີ່ກູ້ໄພຂອງຈີນຢືນຢັນແລ້ວວ່າ ມີຜູ້ເສຍຊີວິດ 12 ຄົນ ຈາກເຮືອກຳປັ່ນບັນທຸກເຄນ ໄດ້ຫຼົ້ມຍ້ອນຄວາມຮຸນແຮງຂອງພາຍຸຊາບາ ທີ່ທະເລຈີນໃຕ້.

ສຳນັກງານຍາມຝັ່ງມົນທົນກວາງຕຸ້ງຂອງຈີນ ໄດ້ລາຍງານວ່າ: ເຈົ້າໜ້າທີ່ພົບຜູ້ເສຍຊີວິດ 12 ຄົນ ເນື່ອງຈາກຈົມນ້ຳ ຫຼັງຈາກທີ່ເຮືອກຳປັ່ນບັນທຸກເຄນ ໄດ້ປະສົບອຸບັດຕິເຫດແຕກເປັນສອງທ່ອນ ແລະ ໄດ້ຫຼົ້ມໃນທະເລຈີນໃຕ້ ເນື່ອງຈາກອິດທະພົນໄຕ້ຝຸ່ນຊາບາ.

ໂດຍຮ່າງຂອງຜູ້ເສຍຊີວິດຢູ່ຫ່າງຈາກຈຸດເກີດເຫດເຮືອ “ຟູ່ຈິ001” ຫຼົ້ມ ຫ່າງອອກໄປປະມານ 90 ກິໂລແມັດ ແລະ ໃນວັນຈັນນີ້ ສາມາດຊ່ວຍເຫຼືອລູກເຮືອໄດ້ 1 ຄົນ, ແຕ່ຜູ້ລອດຊີວິດ 3 ຄົນໄດ້ຮັບການຊ່ວຍເຫຼືອ ໃນວັນເສົາທີ່ຜ່ານມາ.

ຕາມການລາຍງານມີ 30 ຄົນຢູ່ໃນເຮືອດັ່ງກ່າວຕັດສິນໃຈສະລະເຮືອ ແລ້ວລອຍນ້ຳຂອງໂຄງການ ກັງຫັນລົມ ນອກແຄມຝັ່ງ.

ແຫຼ່ງຂ່າວຈາກ ເອພີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...