spot_img
Homeຂ່າວຕ່າງປະເທດເຮລິຄອບເຕີກອງທັບຫວຽດນາມຕົກ ມີຜູ້ເສຍຊີວິດ 16 ຄົນ

ເຮລິຄອບເຕີກອງທັບຫວຽດນາມຕົກ ມີຜູ້ເສຍຊີວິດ 16 ຄົນ

Published on

 

EyWwB5WU57MYnKOuFZj13FgW20fh9tHbKVYTvmY15i4Y3rpHAM26V7

 

ສຳນັກຂ່າວໄທຣັດລາຍງານວ່າ ເກີດເຫດເຮືອບິນເຮລິຄອບເຕີກອງທັບຫວຽດນາມ ລຸ້ນ ເອັມໄອ-171

ພ້ອມດ້ວຍນັກບິນ ແລະ ທະຫານລວມ 21 ຄົນ ຕົກກະແທກພື້ນດິນ ແລະ ລະເບີດໄຟລຸກຖ້ວມໃນເຂດ

ໝູ່ບ້ານທາງຝັ່ງຕາເວັນຕົກຂອງນະຄອນຫຼວງຮ່າໂນ້ຍ ໃນຕອນເຊົ້າຂອງວັນທີ ໍ7 ກໍລະກົດນີ້ ຫຼັງຈາກ

ນັກບິນນຳເຮືອບິນຂຶ້ນ ເພື່ອກຽມພ້ອມເຝິກຊ້ອມໂດດຈ້ອງ ໄດ້ປະມານ 15 ນາທີ, ຊາວບ້ານທີ່ຢູ່ໃນບ່ອນ

ໃກ້ຄຽງ ໄດ້ຮີບເຂົ້າຊ່ວຍເຫຼືອຜູ້ໄດ້ຮັບບາດເຈັບ ກ່ອນທີ່ລົດດັບເພີງ ແລະ ລົດໂຮງໝໍຈະມາເຖິງ ໂດຍຜູ້

ເຫັນເຫດການລະບຸວ່າ ເຮລິຄອບເຕີ ບິນຕ່ຳກ່ວາລະດັບປົກກະຕິ ກ່ອນທີ່ເຄື່ອງຈະຕົກກະແທກພື້ນ

ແລະ ເບິ່ງຄ້າຍຄືວ່າ ນັກບິນໄດ້ພະຍາຍາມທີ່ຈະປ່ຽນທິດທາງ ບໍ່ໃຫ້ເຮືອບິນໄປທາງຕະຫຼາດ ແລະ ເຂດຊຸມ

ຊົນບ້ານເຮືອນຂອງປະຊາຊົນເພື່ອຫຼີກລ່ຽງຄວາມເສຍຫາຍອີກດ້ວຍ.

 

ດ້ານໂຄສົກກອງທັບຫວຽດນາມ ລະບຸມີຜູ້ເສຍຊີວິດທັງໝົດ 16 ສົບ ແລະ ມີຜູ້ບາດເຈັບອີກ 5 ຄົນ

ຖືກສົ່ງໄປຮັກສາບາດແຜໄຟໄໝ້ລະດັບຮຸນແຮງ ທີ່ໂຮງໝໍທະຫານໃນນະຄອນຫຼວງຮ່າໂນ້ຍ ໂດຍທາງ

ກອງທັບຈະເລັ່ງຕັ້ງຄະນະກຳມະການສອບສວນຂໍ້ເທັດຈິງ ຂອງເຫດການເສົ້າສະຫຼົດໃຈທີ່ເກີດຂຶ້ນ.

 

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...