“ເອັມມາ ວັດສັນ” ໄດ້ຮັບລາງວັນນັກສະແດງດີເດັ່ນແຫ່ງປີ

2017 MTV Movie and TV Awards - Show – Los Angeles, U.S., 07/05/2017 – Emma Watson accepts the Best Actor in a Movie award for "Beauty and the Beast." REUTERS/Mario Anzuoni

ເວັບວາໄຣຕີ້ ລາຍງານວ່າ ງານປະກາດຜົນລາງວັນເອັມທີວີ ມູຟວີ ແອນ ທີວີ ອະວອດ (Award at MTV Movie & TV Awards) ເຊິ່ງໄດ້ຈັດຂຶ້ນເມື່ອເຊົ້າວັນຈັນ ວັນທີ 8 ພຶດສະພາ 2017 (ຕາມເວລາບ້ານເຮົາ) ທີ່ຫ້ອງປະຊຸມ Shrine Auditorium ທີ່ນະຄອນລອສແອງເຈລິສ ລັດແຄລິຟໍເນຍ ສະຫະລັດອາເມລິກາ ເຊິ່ງໃນປີນີ້ມີເຊີໄພ້ ເມື່ອມີການມອບລາງວັນ ເບສ ແອດເຕີ ອິນ ເດິ ມູຟວີ (Best actor in a movie) ຫຼື ນັກສະແດງນຳດີເດັ່ນຕ່າງຈາກປີທີ່ຜ່ານມາ ໂດຍບໍ່ມີການແບ່ງແຍກເປັນນັກສະແດງນຳຊາຍ ຫຼື  ຍິງ ແຕ່ລວມລາງວັນໃຫຍ່ນີ້ເປັນລາງວັນດຽວ ໂດຍນັກສະແດງຄົນທຳອິດທີ່ໄດ້ຮັບລາງວັນນີ້ໄດ້ແກ່ “ເອັມມາ ວັດສັນ” ນາງເອກສາວຊາວອັງກິດໄວ 27 ປີ ຈາກບິວຕີ້ ແອນ ເດິ ບິສ (Beauty and the Beast) ເຊິ່ງຍັງໄດ້ຄວ້າລາງວັນຮູບເງົາແຫ່ງປີມາຄອງອີກໜຶ່ງລາງວັນ.

1 COMMENT

Comments are closed.