Homeຂ່າວຕ່າງປະເທດອິນເດຍສຳເລັດການສົ່ງ "ດາວທຽມອາຊີໃຕ້"

ອິນເດຍສຳເລັດການສົ່ງ “ດາວທຽມອາຊີໃຕ້”

Published on

ວັນ​ທີ 5 ພຶດສະພາ​ນີ້, ອົງການ​ຄົ້ນ​ຄວ້າ​ອະ​ວະ​ກາດ​ອິນ​​ເດຍ​ໄດ້​ສົ່ງ “ດາວ​ທຽມ​ອາຊີ​ໃຕ້” ​ເຂົ້າ​ສູ່​ວົງ​ໂຄຈອນ​ຢ່າງ​ສຳ​ເລັດ​ຜົນຢູ່​ສູນການບິນ​ອະວະກາດ​ສະ​ດິສ-ຕາ​ວັນ​ທີ່​ເກາະ​ສຣີຮາຣີ​ໂກ​ດາ​ຂອງ​ລັດ​ອັນ​ດຼາ ປຼາ​ເຕັສ ພາກ​ຕາ​ເວັນ​ອອກ​ອິນ​ເດຍ. ດາວ​ທຽມ​ໜ່ວຍ​ນີ້​ຈະ​ສະໜອງ​​ການ​ບໍລິການໂທລະ​ຄົມ, ພະຍາກອນ​ອາກາດ ​ແລະ ການ​​ເຕືອນ​ໄພ​ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ແກ່​ປະ​ເທດ​ສະມາຊິກ​ພັນທະ​ມິດການ​ຮ່ວມ​ມື​ພາກ​ພື້ນ​ອາຊີ​ໃຕ້.

ຕາມ​ຮູ້​ວ່າ,ດາວ​ທຽມດັ່ງກ່າວ​ແມ່ນ​ຄົ້ນຄວ້າ​ ​ແລະ ຜະລິດ​​ໂດຍ​ອົງການ​ຄົ້ນຄວ້າ​ອະວະກາດ​ອິນ​ເດຍ​​​ເປັນ​ເວລາ 3 ປີ, ໜັກ 2,23 ​ໂຕນ, ​ໃຊ້​ງົບປະມານ 36 ລ້ານ 7 ​ແສນກວ່າ​ໂດ​ລາ​ສະຫະລັດ, ຈະ​ສາມາດ​ດຳ​ເນີນ​ງານ​ເປັນ​ເວລາ 12 ປີ ຕາມ​ການ​ວາງ​ແຜນ​ແລະບັນຈຸ​ມີເຄື່ອງ​ປັບ​ສັນຍານ​ຄື້ນ 12 ໜ່ວຍ.

ຫຼັງ​ຈາກ​ດາວ​ທຽມ​ດັ່ງກ່າວຖືກ​ສົ່ງ​ຂຶ້ນຢ່າງ​ສຳ​ເລັດ​ຜົນ​ແລ້ວ, ທ່ານນາ​ເຣນດາ ​ໂມ​ດີ ນາຍົກລັດຖະມົນຕີອິນ​ເດຍ​ໄດ້​​ໂພສ໌​ບົດຄວາມ​ໃສ່ Twitter ຫຼາຍ​ບົດ ​ເພື່ອ​ສະ​ແດງ​ຄວາມຊົມ​ເຊີຍ​ຕໍ່ໜ່ວຍງານຄົ້ນຄວ້າ​ການ​ຜະລິດ ​ແລະ ການ​ສົ່ງ​ດາວ​ທຽມ.

ຮູບດາວທຽມອາຊີໃຕ້ຂອງອິນເດຍ: ສຳນັກຂ່າວປະເທດຈີນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...