spot_img
Homeນານາສາລະເຫັດເຂັມ ຊ່ວຍຫຼຸດນໍ້າໜັກໄດ້ດີທີ່ສຸດ

ເຫັດເຂັມ ຊ່ວຍຫຼຸດນໍ້າໜັກໄດ້ດີທີ່ສຸດ

Published on

ເຫັດເຂັມ ເປັນເຫັດທີ່ມີມີຄຸນຄ່າທາງອາຫານສູງ ມີວິຕາມິນບີ ແລະແຮ່ທາດທີ່ຫຼາກຫຼາຍ ທີ່ມີຄຸນຄ່າທາງໂຄສະນາການອັນເປັນພື້ນຖານຂອງພຶດຕະກຸນເຫັດ, ມີປະໂຫຍດສາມາດຫຼຸດນໍາໜັກໄດ້ດີທີ່ສຸດ ແລະມີສັບພະຄຸນຕ້ານພະຍາດໄດ້ຫຼາຍຊະນິດ

  1. ຊ່ວຍຫຼຸດນໍ້າໜັກ: ເຫັດເຂັມມີສັບພະຄຸນສູງສາມາດຊ່ວຍຫຼຸດນໍ້າໜັກໄດ້ດີທີ່ສຸດ ເພາະມີໄຟເບີສູງ, ມີແຄລໍລີ່ຕໍ່າ ເມື່ອກິນຈະເຮັດໃຫ້ອິ່ມໄວ, ອິ່ມດົນ, ຊ່ວຍຫຼຸດນໍ້າຕານໃນເລືອດບໍ່ໃຫ້ເກີດອາການຫິວ ແລະຍັງເຮັດໃຫ້ໄຂມັນສະສົມທີ່ເກີດຈາກການແປສະພາບຂອງນໍ້າຕານຫຼຸດລົງ
  2. ຕ້ານມະເຮັງ: ມີຄຸນປະໂຫຍດທີ່ເອີ້ນໄດ້ວ່າມະຫັດສະຈັນຄືມີສັບພະຄຸນໃນການຕ້ານມະເຮັງ ໂດຍມີການວິໄຈຈາກຕ່າງປະເທດພົບວ່າ ການກິນເຫັດເຂັມຕະຫຼອດຈະສາມາດທຳລາຍເຊວມະເຮັງໃນຮ່າງກາຍໄດ້ກວ່າ 95% ແລະສາມາດຕ້ານມະເຮັງໄດ້
  3. ເສີມສ້າງພູມຄຸ້ມກັນ: ເຫັດເຂັມອຸດົມດ້ວຍສານຕ້ານອະນຸມູນອິດສະລະທີ່ຈະມາທຳລາຍສຸຂະພາບເຮົາ ແລະເສີມສ້າງພູມຄຸ້ມກັນໄດ້ອີກ
  4. ລະລາຍໄຂມັນໃນລະບົບທາງເດີນອາຫານ: ໄຂມັນທີ່ຢູ່ໃນລະບົບທາງເດີນອາຫານກໍເປັນສາເຫດໜຶ່ງທີ່ເຮັດໃຫ້ນໍ້າໜັກບໍ່ລົງ, ແຕ່ເຫັດເຂັມສາມາດຊ່ວຍໄດ້ ເພາະກົດໄລໂນເລອິກ ທີ່ຢູ່ໃນເຫັດຊະນິດນີ້ ຈະເຂົ້າໄປສະຫຼາຍໄຂມັນທີ່ຢູ່ໃນລະບົບທາງເດີນອາຫານ ສົ່ງຜົນໃຫ້ຮ່າງກາຍສາມາດດຶງດູດອາຫານໄປໃຊ້ໄດ້ດີ
  5. ຄວບຄຸມລະດັບນໍ້າຕານໄດ້ດີ: ສຳລັບຜູ້ທີ່ເປັນເບົາຫວານ ຄວນກິນເຫັດເຂັມເພາະເຫັດເຂັມສາມາດຄວບຄຸມລະດັບນໍ້າຕານໃນເລືອດໄດ້, ເພາະເຫັດເຂັມຈະຊ່ວຍໃຫ້ພາວະນໍ້າຕານຫຼຸດລົງ
  6. ຫຼຸດອາການແໜ້ນທ້ອງ: ອາການແໜ້້ນທ້ອງຈະເກີດຈາກການເຮັດວຽກຂອງລຳໄສ້ຜິດປົກກະຕິ,ເຊິ່ງການກິນອາຫານທີ່ມີໄຟເບີສູງຈະຊ່ວຍໃຫ້ລໍາໄສ້ກັບມາປົກກະຕິ ແລະເຫັດເຂັມກໍເປັນອາຫານຊະນິດໜຶ່ງທີ່ມີໄຟເບີສູງ ຫາກກິນຕະຫຼອດຈະເຮັດໃຫ້ລະບົບຂັບຖ່າຍປົກກະຕິ
  7. ຊ່ວຍບຳລຸງສະໝອງ: ເຫັດເຂັມເປັນອາຫານທີ່ມີກົດອະມີໂນສູງ ເຊິ່ງຊ່ວຍເສີມສ້າງການເຮັດວຽກສະໝອງໂດຍສະເພາະແມ່ນຄວາມຈຳ
  8. ຫຼຸດໄຂມັນໃນເລືອດ: ເຫັດເຂັມຊ່ວຍຫຼຸດຄໍເລດເຕີລໍໃນເລືອດ, ປ້ອງກັນພາວະໄຂມັນໃນເລືອດສູງ ທີ່ເປັນສາເຫດເກີດພະຍາດຫຼອດເລືອດຫົວໃຈ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...