spot_img
Homeຂ່າວຕ່າງປະເທດເຫດວາງລະເບີດໃນຕວັກກີ ເສຍຊີວິດຢ່າງນ້ອຍ 6 ຄົນ

ເຫດວາງລະເບີດໃນຕວັກກີ ເສຍຊີວິດຢ່າງນ້ອຍ 6 ຄົນ

Published on

ອິງຕາມການລາຍງານຂອງສຳນັກຂ່າວຕ່າງປະເທດ ໃນວັນທີ 14 ພະຈິກ 2022 ທີ່ຜ່ານມາ, ຕຳຫຼວດຕວັກກີສາມາດຈັບຜູ້ຕ້ອງສົງໄສຄົນ​ນຶ່ງ​ໄດ້​ຄາດວ່າ​ເປັນ​ຜູ້​ວາງ​ລະ​ເບີດ​ຢູ່​ໃນ​ເຂດ​ການ​ຄ້າ​ໃນ Istanbul, ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດຢ່າງນ້ອຍ 6 ຄົນ ບາດເຈັບ 81 ຄົນ, ບາດເຈັບເລັກໜ້ອຍສາມາດອອກໂຮງໝໍໄດ້ແລ້ວ 50 ຄົນ, ສ່ວນ 31 ຄົນແມ່ນນອນຮັກສາໂຕຢູ່ໃນໂຮງໝໍ, ເຊິ່ງຮອງ​ປະທານາທິບໍດີ ເຊື່ອວ່າເປັນການກໍ່ການຮ້າຍ.

ຫຼ້າສຸດຕຳຫຼວດໄດ້ລາຍງານວ່າ: ສາມາດຈັບຕົວຜູ້ຕ້ອງສົງໄສຄາດວ່າຈະເປັນຜູ້ວາງລະເບີດ, ດ້ານທ່ານ ຟູອັດ ອັອກເຕຍ ຮອງປະທານາທິບໍດີຕວັກກີ ບອກວ່າ: ການວາງ​ລະ​ເບີດ​ໃນຄັ້ງນີ້​ແມ່ນ​ອາດ​ຈະ​ເປັນ​ການ​ກໍ່​ການ​ຮ້າຍ ​ແລະ ​ຜູ້​ໃດ​ຢູ່​ເບື້ອງ​ຫຼັງ​ກໍ​ຈະ​ຖືກ​ຈັບ​ຕົວ ​ແລະ​ ດຳ​ເນີນ​ຄະດີ ເຊັ່ນ​ດຽວ​ກັນ​ກັບ​ປະທານາທິບໍດີ Recep Tayyip Erdogan ​ໄດ້​ປະນາມ​ການ​ໂຈມ​ຕີ​ດັ່ງກ່າວ ​ແລະ​ ຈະຕ້ອງນຳຕົວຜູ້​ກະທຳ​ຜິດມາຮັບໂທດໃຫ້ໄດ້.

ທີ່ມາ: standard

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...