ເຫດຜົນດີໆ ທີ່ຄວນຍິ້ມ

178915_253284034811186_733926357_n

ເມື່ອ​ປຽບທຽບ​ການ​ຍິ້ມ​ກັບ​ການ​ສະແດງ​ສີ​ໜ້າ​ແບບ​ອື່ນ ເຊັ່ນ ຮ້າຍ ເສົ້າ ເຄັ່ງ​ຂຶມ ​ກັງ​ວົນ​ແລະ ອື່ນໆແລ້ວ ຈະ​ພົບ​ວ່າ​ ການ​ຍິ້ມ​ໃຊ້​ກ້າມ​ຊີ້ນ​ໜ້າ​ໜ້ອຍ​ກວ່າ​ການ​ສະແດງ​ສີ​ໜ້າ​ແບບ​ອື່ນ​ຫລາຍໆ ການ​ຍິ້ມ​ຈຶ່ງ​ເປັນ​ເລື່ອງ​ທີ່​ງ່າຍ​ກວ່າ ໃຊ້​ພະລັງ​ງານ​ໜ້ອຍ​ກວ່າ ແລະ ​ເຮັດໃຫ້​ໜ້າ​ເບິ່ງ​ດີກວ່າ​ການ​ສະແດງ​ສີ​ໜ້າ​ແບບ​ອື່ນໆນໍາ

– ເພື່ອ​ໃຫ້​ກ້າມ​ຊີ້ນ​ເທິງ​​ໜ້າ​​ໄດ້​ເຮັດວຽກ​ນຳ

– ຖ້າ​​ຍິ້ມ​ໃຫ້​ຄົນອື່ນ​ຈະ​ມີຄົນ​ຍິ້ມ​ຕອບ​

– ການ​ຍິ້ມ​ເປັນ​ການ​ເລີ່ມ​ຕົ້ນ​ແຫ່ງ​ມິດ​ຕະພາບ​ທີ່​ດີ​ທີ່ສຸດ

– ຖ້າ​​ບໍ່​ຍອມ​ຍິ້ມ ແລ້ວ​ໃຜ​ຈະ​ໄດ້​ເຫັນ​​ວ່າ ເຈົ້າ​ມີ​ແກ້ມບ່ອງ​ທີ່​ໜ້າ​ຮັກ​ທີ່ສຸດ

– ເມື່ອ​ເຈົ້າ​ເຮັດ​ຜິດ​ແລ້ວ​ຖືກ​ຈັບ​ໄດ້ ການ​ແກ້ໂ​ຕກໍ​ມີ​ ແຕ່​ຈະ​ກາຍ​ເປັນ​ເລື່ອງ​ໃຫຍ່ ແຕ່​ການ​ຍິ້ມ​ແບບ​ວ່າ ຮູ້ສຶກຜິດ!! ເຈົ້າ​ຈະ​ເບິ່ງ​ຄື ຄົນທີ່​ສຳ​ນຶກ​ຜິດ ແລ້ວ​ແມ່ນໃຜ ຈະ​ກ້າ​ຮ້າຍ​​

– ຍິ້ມ​ງົດງາມ ຈະ​ເຮັດໃຫ້​ຄົນ​ໜ້າ​ຕາ​ທຳມະດາ​ໆ ເບິ່ງ​ເດັ່ນຂຶ້ນ​ຈົນ​ໜ້າ​ປະ​ຫລາດ​ໃຈ

– ການ​ຍິ້ມ​ໃນ​ມື້ທີ່​ເມື່ອຍລ້າ ​ຫລື ​ເບື່ອ​ສຸດໆໃນ​ຊີວິດ ຈະ​ຊ່ວຍ​ກະຕຸ້ນ​ໃຫ້​ຮູ້ສຶກ​ດີ​ຂຶ້ນ

– ຖ້າ​ເຈົ້າ​ເວົ້າ​ບໍ່​ເກັ່ງ ໃຫ້​ຍິ້ມ​ຫລາຍ​ໆ ເປັນ​ການ​ຊົດ​ເຊີຍ

– ຮອຍ​ຍິ້ມ​ເປັນ​ສັນ​ຍານ​ບອກ​ໃຜ​ໆ ວ່າ​ເຈົ້າ​ພ້ອມ​ຈະ​ເປີດ​ໃຈ​ແລ້ວ

– ຍິ້ມ​ດີໆ ພຽງ​ເທື່ອ​ດຽວ​ດີກວ່າ​ຄຳ​ເວົ້າ​ເປັນແສນ​ຄຳ

 

ຍິ້ມ​ເກີດ​ຂຶ້ນ​ໄດ້​ແບບໃດ

ຮອຍ​ຍິ້ມ ເກີດ​ຈາກ​ການເຮັດວຽກງານ​ຂອງ​ກ້າມ​ຊີ້ນ 2 ກ້ອນ​ໃຫຍ່ ຄື ໄຊ​ໂກ​ເມ​ຕິກ   ເມ​ເຈີ (Zygomatic major) ທີ່​ຈະ​ຊ່ວຍ​ດຶງ​ມຸມ​ປາກ​ໃຫ້​ຍົກ​ຂຶ້ນ​ໄປ​ຫາ​ໂໜກ​ແກ້ມ ແລະ​ອອລບິ​ຄິວ​ລາ​ລິດ ອໍ​ຄິວ​ໄລ (Orbicularis Oculi) ທີ່​ຈະ​ຊ່ວຍ​ດຶງ​ຊີ້ນ​ແກ້ມ ​ແລະ ​ເບົ້າ​ຕາ​ໃຫ້​ຍົກ​ຂຶ້ນ

ຍິ້ມ​ມີ​ຜົນ​ຕໍ່​ຮ່າງກາຍ​ແບບໃດ

ຈາກ​ການສຶກສາ​ພົບ​ວ່າ ເມື່ອ​ກ້າມ​ຊີ້ນ​ໜ້າ ​ເຄື່ອນ​ໄຫວ​ຈົນ​ເກີດ​ເປັນ​ຮອຍ​ຍິ້ມ ຈະ​ສົ່ງ​ຜົນ​ເຮັດໃຫ້​ເລືອດ​ແດງ​ທີ່​ໄປ​ລ້ຽງ​ສະຫມອງ​ມີ​ອຸນຫະພູມ​ຫລຸດລົງ ຈະ​ເຮັດໃຫ້​ເກີດ​ຄວາມ​ຮູ້ສຶກ​ສະບາຍ​ ແລະ ​ຜ່ອນ​ຄາຍ ເຊິ່ງ​ຈະ​ກົງກັນຂ້າມ​ກັບ​ການເຮັດ​ໜ້າ​ຄິ້ວຫຍຸ້ງ ທີ່​ການ​ເຄື່ອນ​ໄຫວ​ຂອງ​ກ້າມ​ຊີ້ນ​​ໜ້າ​ຈະ​ເຮັດໃຫ້​ສະຫມອງ​ມີ​ອຸນຫະພູມ​ສູງ​ຂຶ້ນ ແລະ ​ເກີດ​ຄວາມ​ຮູ້ສຶກ​ບໍ່​ສະບາຍ ນອກ​ຈາກ​ນີ້ ໃນ​ຂະນະ​ທີ່​ຄົນ​ເຮົາ​ຍິ້ມ ຫົວ​ໃຈ​ຈະ​ເຕັ້ນ​ຊ້າ​ໆ ຄວາມ​ດັນ​ເລືອດ​ຫລຸດລົງ ລະບົບ​ຕ່າງໆ ໃນ​ຮ່າງກາຍ​ຈະ​ຜ່ອນ​ຄາຍ ຕ່ອມ​ຫມາກໄຂ່ຫລັງ​ຈະ​ເຮັດວຽກ​ໜ້ອຍ​ລົງ ຮໍໂມນ​ ອະ​ດ​ຣີ​ນາ​ລີນ ຊຶ່ງ​ເປັນ​ຮໍໂມນ​ແຫ່ງ​ຄວາມ​ຄຽດ​ຈະ​ຖືກ​ຂັບ​ໄລ່ອອກ​ມາ​ໜ້ອຍ​ລົງ​ນໍາອີກ ການ​ຍິ້ມ​ຈຶ່ງ​ຊ່ວຍຫ​ລຸດ​ຄວາມ​ຄຽດ​ໄດ້

ການ​ຍິ້ມ​ມີ​ຄວາມ​ສຳພັນ​ກັບ​ຄວາມ​ສຸກ​ແບບໃດ

ເປັນ​ທີ່​ສົງ​ໄສ​ກັນ​ຫລາຍວ່າ ຄົນ​ເຮົາ​ມີ​ຄວາມ​ສຸກ​ແລ້ວ​ຈຶ່ງ​ຍິ້ມ ຫລື​ ຍິ້ມ​ກ່ອນ​ແລ້ວ​ຈຶ່ງ​ມີ​ຄວາມ​ສຸກ ເຮັດໃຫ້​ນັກ​ວິ​ຊາ​ການ​ຕ້ອງ​ເຮັດ​ການສຶກສາ​ວິ​ໄຈ​ໃນ​ເລື່ອງ​ນີ້​ ແລະ ​ຜົນ​ທີ່​ໄດ້​ ກໍ່ພົບ​ວ່າ ​ເປັນ​ໄປ​ໄດ້​ທັງ​ສອງ​ຢ່າງ ນັ້ນ​ຄື ເມື່ອ​ຄົນ​ເຮົາ​ຮູ້ສຶກ​ມີ​ຄວາມ​ສຸກ ເຮົາ​ຈະ​ສະແດງ​ອອກ​ທາງ​ສີ​ໜ້າ​ດ້ວຍ​ຮອຍ​ຍິ້ມ ແຕ່​ກໍ​ມີ​ບາງ​ຄົນ​ຄືກັນ​ທີ່​ມັກ​ເກັບ​ກົດ​ອາລົມ​ຂອງ​ຕົນ ເວລາ​ມີ​ຄວາມ​ສຸກ​ກໍ​ຍັງ​ພະ​ຍາມ​ບັງຄັບ​ສີ​ໜ້າ​ໃຫ້​ເບິ່ງ​ເຄັ່ງ​ຂຶມ ຊຶ່ງ​ຕ້ອງ​ໃຊ້​ກ້າມ​ຊີ້ນ​ໜ້າ​ຫລາຍກວ່າ ເສຍ​ພະລັງ​ງານ​ຫລາຍກວ່າ ແລະ ​ເຮັດໃຫ້​ບໍ່​ສາມາດ​ມີ​ຄວາມ​ສຸກ​ໄດ້​ຢ່າງ​ເຕັມ​ທີ່​ໃນ​ທາງ​ກົງກັນຂ້າມ ເຖິງແມ່ນ​ຄົນ​ເຮົາ​ຈະ​ຍັງ​ບໍ່​ຮູ້ສຶກ​ມີ​ຄວາມ​ສຸກ ແຕ່​ເມື່ອ​ຍິ້ມ​ແລ້ວ​ໄລຍະໜຶ່ງ ຈະ​ຮູ້ສຶກ​ວ່າ ​ອາລົມ​ດີ​ຂຶ້ນ​ ແລະ ​ມີ​ຄວາມ​ສຸກ​ໄດ້​ເຊັ່ນ​ກັນ