Homeຄວາມງາມສ່ຽງເຊື້ອພະຍາດຫລາຍ ຈາກການແຕ່ງໜ້າຫລາຍ

ສ່ຽງເຊື້ອພະຍາດຫລາຍ ຈາກການແຕ່ງໜ້າຫລາຍ

Published on

19901-002

ຕ້ອງ​ຍອມ​ຮັບ​ວ່າ ແມ່ຍິງ​ສະໄໝ​ນີ້​ແຕ່ງ​ໜ້າ​ກັນ​ຫລາຍ​ຂຶ້ນ ບໍ່​ວ່າ​ຈະ​ດ້ວຍ​ແບ​ຣນ​ເຄື່ອງ ​ສຳ​ອາງ​ຕ່າ​ງກໍ່​ອອກ​ແນວ​ໃໝ່​ໆ ໃຫ້​ສາວໆ ມີ​ທາງ​ເລືອກ​ຫລາຍ​ຂຶ້ນ ຫລື ​ຈະ​ເປັນ​ໂຊ​ຊຽວ​ມີ​ເດຍ ​ທີ່​ຊ່ວຍ​ສອນ​ເລື່ອງ​ແຕ່ງໜ້າ​ຈາກ​ຜູ້ຊຽວຊານດ້ານແຕ່ງໜ້າ ແຕ່​ຫລາຍ​ຄົນ​ພັດ​ລືມ​ໄປ​ວ່າ ເຄື່ອງ​ສຳ​ອາງ​ທີ່​ໃຊ້​ຢູ່​ທຸກ​ມື້​ນີ້ ​ນອກ​ຈາກ​ຈະ​ເຮັດໃຫ້​ຜິວ​ເສຍ ແລະ​ ເຖົ້າກ່ອນ​ໄວ​ແລ້ວ ຍັງມີ​ສ່ວນ​ປະກອບ​ຂອງ​ສານ​ເຄ​ມີ​ຢູ່​ເຖິງ 80-90% ສ່ຽງ​ທີ່​ສາວໆ ຈະ​ມີ​ສານ​ເຄ​ມີ​ຢູ່ໃນ​ຮ່າງກາຍ​ຫລາຍ​ເຖິງ​ປີ​ລະ 2 ກິ​ໂລ​ກຣາມ

ຜູ້​ຊ່ຽວຊານ​ຜິວ​ພັນ ເປີດເຜີຍ​ວ່າ ໃນ​ການ​ແຕ່ງ​ໜ້າ​ແຕ່​ລະ​ເທື່ອ ຜິວ​ໜັງ​ຈະ​ຊຶມ​ຊັບ​ສານ ​ເຄ​ມີ​ເຂົ້າ​ສູ່​ຮ່າງກາຍ​ເຖິງ 60% ເຮັດໃຫ້​ຜິວ​ໜ້າ​ໄດ້ຮັບ​ອອກ​ຊິ​ເຈນ​ໜ້ອຍ​ລົງ ເຊລ​ຈຶ່ງ​ເສື່ອມ ເບິ່ງ​ມີ​ອາ​ຍຸ​ກ່ອນ​ໄວ ແລະ​ ເກີດ​ບັນຫາ​ຜິວ​ອື່ນໆ ເຖິງແມ່ນ​ຈະ​ເຮັດຄວາມ​ສະ​ອາດ​ຜິວ​ໜ້າ​ຢ່າງ​ດີ​ກ່ອນ​ນອນ​ກໍ​ຕາມ ຈຶ່ງ​ຄວນ​ໃຊ້​ເຄື່ອງ​ສຳ​ອາງ​ໜ້ອຍ​ອັນ​ ແລະ ​ຮີບ​ລ້າງ​ອອກ​ເມື່ອ​ໝົດ​ມື້ ຖ້າຫາກ​ຖິ້ມ​ໄວ້​ຈະ​ເປັນ​ຕົ້ນ​ກຳ​ເນີດ​ຂອງ​ແບັກ​ທີ​ເຣຍ ​ແລະ ​ເຮັດໃຫ້​ເກີດ​ການ​ອຸດ​ຕັນ ໃນ​ໄລ​ຍະ​ຍາວ​ຜູ້ຍິງ​ຈະ​ຊຶມ​ຊັບ​ເຄື່ອງ​ສຳ​ອາງ​ສະເລ່ຍ​ປີ​ລະ 2 ກິ​ໂລ​ກຣາມ ປ້ອງ​ກັນ​ບໍ່​ໄດ້ ເຊິ່ງ​ຈະ​ໄປ​ສະ​ສົມ​ຢູ່​ຕັບ ບາງ​ໂຕ​ຍັງ​ເປັນ​ຕົ້ນ​ເຫດ​ຂອງ​ມະ​ເຮັງ ຫລື ​ເຮັດໃຫ້​  ຮໍ​ໂມນ​ຜູ້ຍິງຫ​ລຸດລົງ ປະຈຳ​ເດືອນ​ໝົດ​ໄວ​ນໍາອີກ​ ແລະ ​ສານ​ເຄ​ມີ​ທີ່​ສາວໆ ຈຳ​ເປັນ​ຕ້ອງ​ລະ​ວັງ​ເປັນ​ພິເສດ ໄດ້​ແກ່ ພາ​ລາ​ເບນ, ທາລ, ປິ​ໂຕ​ລຽມ ດີ​ລິ​ເວ​ທີຟ, ສານ​ຊືນ ແລະ​ສານ​ປອດ ທີ່​ອາດ​ແຊກ​ຊຶມ​ຢູ່ໃນ​ຄີມ​ບຳ​ລຸງ​ຜິວ ຄີມ​ເຮັດ​ຄວາມ​ສະ​ອາດ ຜະລິດຕະພັນ​ ລະ​ງັບ​ກິ່ນ​ກາຍ ນອກ​ເໜືອ​ໄປ​ຈາກ​ເຄື່ອງ​ສຳ​ອາງ​ທີ່​ໃຊ້​ແຕ່ງ​ແຕ້ມ​ຜິວ​ໜ້າ​ທົ່ວ​ໄປ​ເຊັ່ນ ຮອງ​ພື້ນ ແປ້​ງພັບ ອາຍ​ແຊ​ໂດ ຊຶ່ງ​ສານ​ເຫລົ່າ​ນີ້​ຖ້າຫາກ​ໄດ້ຮັບ​ໃນ​ປະລິມານ​ທີ່​ຫລາຍ​ເກີນ​ໄປ​ຈະ​ເຮັດໃຫ້​ລະ​ຄາຍ​ເຄືອງ​ຜິວ ສ່ຽງ​ຕໍ່​ມະ​ເຮັງ ເຮັດໃຫ້​ຮໍໂມນ ​ແລະ ​ພູ​ມ​ຄຸ້ມ​ກັນ​ໃນ​ເພດ​ຍິງຫ​ລຸດລົງ ແລະ ​ອາດ​ເຮັດໃຫ້​ທ້ອງ​ອືດ​ຖ່າຍ​ເປັນ​ເລືອດ ອາການ​ຈືດ ອ່ອນ​ແຮງ ແລະ ​ບັນຫາ​ຜິວ​ອື່ນໆໄດ້

ຈຶ່ງ​ແນະ​ນຳ​ວ່າ ທາງ​ຫລີກລ້ຽງ​ທີ່​ດີ​ທີ່ສຸດ​ໃນ​ການ​ໃຊ້​ເຄື່ອງ​ສຳ​ອາງ​ພວກ​ນີ້ ຄື​ບໍ່​ໃຊ້​ຫລາຍ​ຊະນິດ ແລະ​ ເຮັດ​ຄວາມ​ສະ​ອາດ​ຜິວ​ໜ້າ​ໃຫ້​ສະ​ອາດ​ທຸກ​ເທື່ອ ຫລີກ​ລ້ຽງ​ຜະລິດຕະພັນ​ບຳ​ລຸງ​ຜິວ​ທີ່​ສາມາດ​ປ້ອງ​ກັນ​ການ​ຊຶມ​ເຂົ້າ​ຜິວ​ຂອງ​ສານ​ເຄ​ມີ​ຊະນິດ​ຕ່າງໆ ຈະ​ສາມາດ​ປົກ​ປ້ອງ​ຜິວ​ຈາກ​ສານ​ເຄ​ມີ​ໃນ​ເຄື່ອງ​ສຳ​ອາງ ເຮັດໃຫ້​ຜິວ​ເບິ່ງ​ກະ​ຈ່າງ​ໃສ​ ແລະ ​ຫລຸດ​ອັດຕາ​ສ່ຽງ​ຕໍ່​ພະຍາດ​ຮ້າຍ​ຕ່າງໆໄດ້

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...