spot_img
Homeຂ່າວພາຍ​ໃນເຫດຄົນລັດຍິງນາຍບ້ານເສຍຊີວິດຄາທີ່ ຢູ່ແຂວງບໍລິຄຳໄຊ

ເຫດຄົນລັດຍິງນາຍບ້ານເສຍຊີວິດຄາທີ່ ຢູ່ແຂວງບໍລິຄຳໄຊ

Published on

ໃນວັນທີ 4 ພຶດສະພາ 2023 ເກີດເຫດຄາຕະກຳທາ້ວ ເນັ່ງທໍ່ຢ່າງ ເປັນນາຍບ້ານທົ່ງນາມີ ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຖືກລັດຍິງພາຍຫຼັງທີ່ເລີກຈາກກອງປະຊຸມເວລາປະມານ 16:00 ໂມງ ຂອງວັນທີ 4 ພຶດສະພາ ທັ້ງນີ້ເຫດການໄດ້ເກີດຂຶ້ນກ່ອນການເລືອກຕັ້ງນາຍບ້ານ ທີ່ຈະມີການເລືອກຕັ້ງໃນວັນທີ 5 ພຶດສະພານີ້ ຈຶ່ງເຮັດໃຫ້ຄອບຄົວສົງໃສຕໍ່ສາເຫດຂອງການກໍ່ເຫດລັດຍິງໃນຄັ້ງນີ້.

ອີງຕາມຜູ້ໃຊ້ເຟສບຸກຊື່ CH Nny Yang ຜູ້ເປັນຄອບຄົວຜູ້ເສຍຊີວິດໄດ້ອອກມາເລົ່າວ່າ:  “ຫຼັງຈາກທີ່ເລີກປະຊຸມໄດ້ເກີດມີກຸ່ມຄົນຮ້າຍລັດຍິງເຮັດໃຫ້ອ້າຍຂອງຂ້າພະເຈົ້າ ຊື່ ເນັ່ງທໍ່ຢ່າງ ໄດ້ເສຍຊີວິດໃນທັນທີ. ຕໍ່ກັບເລື່ອງດັ່ງກ່າວນີ້ ຍັງບໍ່ທັນຮູ້ວ່າເກີດຂື້ນຍ້ອນເລື່ອງໃດ ຜູ້ໃດເປັນຜູ້ກໍ່ຄາຕະກຳ, ສິ່ງທີ່ທັງໝູ່ບ້ານຮູ້ກໍແມ່ນ ເນັ່ງທໍ່ຢ່າງ ເປັນນາຍບ້ານທີ່ດີ ຄອງໃຈປະຊາຊົນມາເປັນເວລາ 26-27 ປີ, ຜູ້ກ່ຽວເຮັດວຽກຊ່ວຍເຫຼືອປະຊາຊົນ, ຊ່ວຍເຫຼືອບ້ານເມືອງມາເປັນເວລານານກວ່າ 2 ທົດສະວັດ ບໍ່ເຄີຍມີຊີວິດທີ່ດີ, ບໍ່ເຄີຍມີລາຍໄດ້ທີ່ດີ ບໍ່ເຄີຍມີລົດນຳ ເປັນບຸກຄົນຊື່ສັດ ເຮັດວຽກຊ່ວຍລັດ ດ້ວຍຄວາມບໍລິສຸດທີ່ສຸດ ແຕ່ມື້ນີ້ທີ່ໃກ້ຈະຮອດວັນເລືອກຕັ້ງພັດມີເຫດການແບບນີ້ເກີດຂື້ນກັບທັງຄອບຄົວ ຍາດພີ່ນ້ອງພວກເຮົາ, ສະນັ້ນ ພວກເຮົາຈະສູ້ ແລະ ຂໍຄວາມເປັນທຳນຳທັງເຈົ້າໜ້າທີ່ຕຳຫຼວດ ເພື່ອນຳຕົວຄົນຮ້າຍ ແລະ ຜູ້ບົງການມາດຳເນີນຄະດີ ພ້ອມໃຊ້ກຳທີ່ໄດ້ກະທຳໄວ້ໃຫ້ໄດ້”.

ທັ້ງນີ້ກໍຂໍໃຫ້ເຈົ້າໜ້າທີ່ ສືບສວນສອບສວນ ແລະ ນຳຈັບຄົນຮ້າຍໃຫ້ໄດ້ໄວທີ່ສຸດ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...