spot_img
Homeຂ່າວຕ່າງປະເທດເຫດການປະທະກັນລະຫວ່າງສອງກອງກໍາລັງໃນມຽນມາ ອາດສົ່ງຜົນເຮັດໃຫ້ເກີດມີສົງຄາມພາຍໃນປະເທດ!!

ເຫດການປະທະກັນລະຫວ່າງສອງກອງກໍາລັງໃນມຽນມາ ອາດສົ່ງຜົນເຮັດໃຫ້ເກີດມີສົງຄາມພາຍໃນປະເທດ!!

Published on

ໃນວັນທີ 22 ມິຖຸນາ 2021 ທີ່ຜ່ານມາ ສໍານັກຂ່າວອິດສະຫຼະຂອງປະເທດມຽນມາໄດ້ລາຍງານເຖິງສະຖານະການການຕໍ່ຕ້ານລັດຖະບານທະຫານໃນນະຄອນມັນດາເລວ່າ: ໄດ້ເກີດມີການຕໍ່ສູ້ກັນລະຫວ່າງເຈົ້າໜ້າທີ່ຝ່າຍຄວາມໝັ້ນຄົງກັບກອງກໍາລັງປົກປ້ອງປະຊາຊົນ ໂດຍເຈົ້າໜ້າທີ່ຝ່າຍຄວາມໝັ້ນຄົງປະມານ 20 ຄົນໄດ້ໃຊ້ອາວຸດປືນ ແລະ ລົດຫຸ້ມເກາະປະມານ 3 ຄັນເຂົ້າໂຈມຕີກອງກໍາລັງຝ່າຍຕໍ່ຕ້ານລັດຖະບານທະຫານ ເຮັດໃຫ້ຝ່າຍກໍາລັງຕໍ່ຕ້ານລັດຖະບານທະຫານຖືກຈັບກຸມຈໍານວນ 6 ຄົນ ແລະ ຝ່າຍທະຫານມຽນມາເສຍຊີວິດ 2 ຄົນ.

ທາງດ້ານສະຖານທູດສະຫະລັດອາເມລິກາປະຈໍານະຄອນຍ່າງກຸ້ງໄດ້ໂພສໃນເຟສບຸກວ່າ ກໍາລັງມີການຕິດຕາມການລາຍງານການປະທ້ວງໃນມັນດາເລ ລວມເຖິງການລາຍງານເບື້ອງຕົ້ນກ່ຽວກັບການເສຍຊີວິດຂອງປະຊາຊົນທີ່ອາດຈະເກີດຂື້ນ ແລະ ທາງສະຖານທູດເອງຮູ້ສຶກບໍ່ສະບາຍໃຈທີ່ທາງກອງທັບມຽນມາມີຄວາມຮຸນແຮງຕໍ່ກັບປະຊາຊົນ ແລະ ຮຽກຮ້ອງໃຫ້ຢຸດໃຊ້ຄວາມຮຸນແຮງກັບປະຊາຊົນໂດຍດ່ວນ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...