spot_img
Homeຂ່າວຕ່າງປະເທດເສົ້າ! ທະຫານຟີລິບປິນ 45 ຄົນເສຍຊີວິດເຫດເຮືອບິນຕົກ

ເສົ້າ! ທະຫານຟີລິບປິນ 45 ຄົນເສຍຊີວິດເຫດເຮືອບິນຕົກ

Published on

ເກີດເຫດສຸດສະເທືອນໃຈໃນໜ່ວຍງານປ້ອງກັນຊາດຂອງຟີລິບປິນ ເມື່ອເຫຼົ່າທະຫານຜູ້ກ້າ 45 ຄົນຈົບຊີວິດຈາກເຫດການເຮືອບິນຕົກຢູ່ທາງພາກໃຕ້ຂອງປະເທດ ຂະນະທີ່ຫຼາຍສິບຄົນໄດ້ຮັບບາດເຈັບຈາກເຫດການລະທຶກຂວັນໃນຄັ້ງນີ້.

ແຫຼ່ງຂ່າວ ABC ລາຍງານວ່າ: ເຮືອບິນລຳລຽງ ຊີ-130 ເຮິຄິວລິສ ຂອງກອງທັບຟີລິບ ເຊິ່ງມີລູກເຮືອ ແລະ ຜູ້ໂດຍສານທີ່ເປັນທະຫານກວ່າ 90 ຄົນ ມຸ່ງໜ້າໄປທາງພາກໃຕ້ຂອງປະເທດ ເກີດອຸບັດເຫດບໍ່ຄາດຄິດຂະນະພະຍາຍາມລົງຈອດແລ້ວພຸ່ງຊົນຣັນເວຍ໌ເທິງເກາະຊູລູກ່ອນລະເບີດພ້ອມມີໄຟລຸກໄໝ້.

ເຫດການດັ່ງກ່າວເກີດຂຶ້ນໃນຊ່ວງຕອນທ່ຽງຂອງວັນທີ 4 ກໍລະກົດຜ່ານມາ ທີ່ແຂວງຊູລູ, ເຈົ້າໜ້າທີ່ກູ້ໄພໄດ້ດຳເນີນການສຳຫຼວດຊາກເຮືອບິນໃນປ່າໃກ້ກັບຕຶກອາຄານຫຼາຍຫຼັງ, ພົບສົບທະຫານທີ່ເສຍຊີວິດຄາທີ່ 45 ຄົນ ແລະອີກຫຼາຍສິບຄົນໄດ້ຮັບບາດເຈັບພ້ອມສົ່ງໄປໂຮງໝໍທີ່ຢູ່ໃກ້ຄຽງ ຂະນະທີ່ສູນຫາຍອີກ 5 ຄົນ.

ກອງກຳລັງທະຫານປະຈຳພາກພື້ນ, ກອງກຳລັງສະເພາະກິດຊູລູ ກ່າວຕໍ່ຜູ້ສື່ຂ່າວວ່າ: ເຫັນທະຫານຈຳນວນໜຶ່ງກະໂດດອອກຈາກເຮືອບິນ ກ່ອນທີ່ມັນຈະກະແທກພື້ນ ເຮັດໃຫ້ພວກເຂົາລອດຈາກການລະເບີດຂອງເຮືອບິນ ແຕ່ກໍຍັງບໍ່ມີລາຍລະອຽດກ່ຽວກັບສະພາບຂອງພວກເຂົາລວມທັງວິທີການເອົາຕົວລອດຂອງເຫຼົ່າທະຫານກຸ່ມດັ່ງກ່າວ.

ເຈົ້າໜ້າທີ່ກ່າວຕື່ມວ່າ: ບໍ່ມີສັນຍານກ່ຽວກັບການໂຈມຕີເຮືອບິນລຳດັ່ງກ່າວແຕ່ຢ່າງໃດ ແຕ່ຈະມີການສອບສວນຫາສາເຫດເພີ່ມເຕີມພາຍຫຼັງສຳເລັດພາລະກິດຂອງໜ່ວຍກູ້ໄພ.

ທະຫານເຫຼົ່ານີ້ເປັນໜຶ່ງໃນກຳລັງເສີມທີ່ສົ່ງໄປຍັງພາກໃຕ້ຂອງຟີລິບປິນ ເພື່ອຕໍ່ສູ້ກັບກຸ່ມຕິດອາວຸດອິສລາມິສ ເຊັ່ນ ກຸ່ມອາບູ ໄຊຢາຟ ຂະນະທີ່ທະຫານຫຼາຍຄົນຫາກໍສຳເລັດພາລະກິດການຝຶກທະຫານຂັ້ນພື້ນຖານ.

ເຮືອບິນລຳດັ່ງກ່າວເລີ່ມບິນຄັ້ງທຳອິດໃນປີ 1988 ເຊິ່ງກ່ອນໜ້ານີ້ເຄີຍໃຊ້ບໍລິການໃຫ້ແກ່ກອງທັບອາກາດສະຫະລັດອາເມລິກາ ເພື່ອລຳລຽງທະຫານໄປຟີລິບປິນໃນຕົ້ນເດືອນມັງກອນຂອງປີນີ້.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...