spot_img
Homeຂ່າວຕ່າງປະເທດເສິນຫຼົງ ຂໍໂທດສັງຄົມກໍລະນີລູກຊາຍຖືກຈັບຄະດີຢາເສບຕິດ

ເສິນຫຼົງ ຂໍໂທດສັງຄົມກໍລະນີລູກຊາຍຖືກຈັບຄະດີຢາເສບຕິດ

Published on

 

ເສິນຫຼົງ ດາລານັກສະແດງຄົນດັງຂອງຈີນ ໄດ້ຂໍໂທດກໍລະນີລູກຊາຍຕົນເອງພົວພັນຄະດີຢາເສບຕິດ ພ້ອມລະບຸ

ລູກຊາຍຕ້ອງຍອມຮັບຜົນຂອງການກະທຳ ແລະ ຕົນເອງໃນຖານະພໍ່ ກໍຈະພ້ອມປະເຊີນກັບທຸກກະແສຈາກສັງ

ຄົມ.

 

ວັນທີ 21 ສິງຫາ 2014 ນີ້ ສຳນັກຂ່າວຕ່າງປະເທດລາຍງານວ່າ ເສິນຫຼົງ ນັກສະແດງຊື່ດັງຂອງໂລກ ໄດ້ໂພສຕ໌ຂໍ້

ຄວາມລົງເວັບບລ໊ອກສ່ວນໂຕຂອງເຂົາ ກ່າວຂໍໂທດຕໍ່ກໍລະນີທີ່ ທ້າວ ເຈຊີ ຊານ ລູກຊາຍອາຍຸ 31 ປີ ຖືກຈັບກຸມ

ໃນຄະດີກ່ຽວຂ້ອງກັບຢາເສບຕິດວ່າ ລູກຊາຍຈະຕ້ອງຍອມຮັບໃນຜົນຂອງການກະທຳຂອງຕົນເອງ ແລະ ເຂົາ

ເອງໃນຖານະພໍ່ ກໍພ້ອມທີ່ຈະປະເຊີນກັບທຸກຄຳວິພາກວິຈານຈາກສັງຄົມ, ຕົນເອງ ແລະ ລູກຊາຍ ຕ້ອງຂໍອະໄພ

ຕໍ່ສັງຄົມໃນສິ່ງທີ່ເກີດຂຶ້ນ, ໂຕເຂົາເອງລະອາຍໃຈ ແລະ ເສຍໃຈຢ່າງຍິ່ງ ທີ່ບໍ່ສາມາດອົບຮົມສັ່ງສອນລູກຊາຍ

ຂອງຕົນເອງໄດ້ດີພໍ ໃນຖານະປະຊາຊົນຄົນໜຶ່ງ ເຂົາຮູ້ສຶກລະອາຍແກ່ໃຈ ແລະ ໃນຖານະພໍ່ ເຂົາກໍຮູ້ສຶກທັງຢາກ

ຮ້າຍ ແລະ ຜິດຫວັງທີ່ສຸດ.  ສຸດທ້າຍ ເຂົາຫວັງວ່າ ເດັກໄວໜຸ່ມຮຸ່ນໃໝ່ ຈະໃຊ້ເລື່ອງນີ້ເປັນບົດຮຽນ ຢູ່ໃຫ້ຫ່າງ

ຈາກຢາອັນຕະລາຍພວກນັ້ນ ແລະ ບໍ່ກະທຳຜິດພາດຢ່າງເຊັ່ນ ເຈຊີ ຊານ ອີກ.

 

ລາຍງານໄດ້ລະບຸວ່າ ເມື່ອປີ 2009 ເສິນຫຼົງ ເຄີຍໄດ້ຮັບການສະໜັບສະໜູນຈາກລັດຖະບານຈີນ ໃຫ້ເປັນທູດ

ຕໍ່ຕ້ານຢາເສບຕິດອີກດ້ວຍ.

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...